Print Friendly and PDF


ການ​ເຈ​ລະ​ຈາ​ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຫ່ງ​ຊາດ

ສະຫະພາບເອີຣົບສົ່ງເສີມໃຫ້ຂັ້ນຕອນການມີສ່ວນຮ່ວມຂອງບັນດາພາກສ່ວນທີ່ກ່ຽວຂ້ອງຕົກລົງເຫັນດີກັບເງື່ອນໄຂຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ຂັ້ນຕອນດັ່ງກ່າວຈະຕ້ອງສອດຄ່ອງກັບຄວາມເປັນ ພາກສ່ວນທີ່ກ່ຽວຂ້ອງແຫ່ງຊາດ ໃນລັດຖະບານ, ພາກເອກະຊົນ, ອົງການຈັດຕັ້ງທາງສັງຄົມ, ຊຸມຊົນ ແລະ ຄົນໃນຊົນເຜົ່າ. ໂດຍຜ່ານຂັ້ນຕອນການມີສ່ວນຮ່ວມ, ບັນດາພາກສ່ວນທີ່ກ່ຽວຂ້ອງຈະຕ້ອງປະກອບສ່ວນເຂົ້າໃນການປຶກສາຫາລື ແລະ ການຕັດສິນໃຈກ່ຽວກັບເນື້ອໃນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).

ເຖິງຢ່າງໃດກໍ່ຕາມ ບັນດາພາກສ່ວນທີ່ກ່ຽວຂ້ອງອາດຈະມີຄວາມຄິດເຫັນກ່ຽວກັບຫຼາຍບັນຫາທີ່ແຕກຕ່າງກັນ, ແຕ່ຢ່າງໜ້ອຍທີ່ສຸດກໍ່ເປັນການເລີ່ມຕົ້ນ. ຕົວຢ່າງ: ພາກເອກະຊົນອາດຕ້ອງການໃຫ້ມີນິຍາມຄວາມຖືກຕ້ອງທາງກົດໝາຍແບບງ່າຍດາຍ ເຊິ່ງຈະເຮັດໃຫ້ເປັນເລື່ອງງ່າຍໃນການກຳນົດຄວາມສອດຄ່ອງຕາມກົດໝາຍ. ກົງກັນຂ້າມສຳລັບອົງການຈັດຕັ້ງທາງສັງຄົມອາດຕ້ອງການໃຫ້ມີນິຍາມຄວາມຖືກຕ້ອງທາງກົດໝາຍລະອຽດຂຶ້ນ ເຊິ່ງຈະຕ້ອງປະກອບດ້ວຍຄວາມຮັບຜິດຊອບຕໍ່ບັນດາຊຸມຊົນຕ່າງໆ.

ພາຍໃນກຸ່ມຂອງບັນດາພາກສ່ວນກ່ຽວຂ້ອງອາດຈະມີຄວາມຄິດເຫັນທີ່ແຕກຕ່າງກັນ. ເປັນຕົ້ນແມ່ນການມາຈາກພາກສ່ວນລັດທີ່ແຕກຕ່າງກັນອາດຈະສົ່ງຜົນໃຫ້ມີເຫດຜົນທີ່ບໍ່ຄືກັນໃນການດຳເນີນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ອາດຕ້ອງການໃຫ້ຂໍ້ຕົກລົງດັ່ງກ່າວບັນລຸເປົ້າໝາຍທີ່ແຕກຕ່າງກັນ. ເຊິ່ງພາຍໃນພາກເອກະຊົນ, ບັນດາພາກສ່ວນກ່ຽວຂ້ອງຈາກອົງການຈັດຕັ້ງຂະໜາດໃຫຍ່ ແລະ ຂະໜາດນ້ອຍອາດມີບຸລິມະສິດທີ່ແຕກຕ່າງກັນ.

ດັ່ງນັ້ນ, ການເຈລະຈາແຫ່ງຊາດແມ່ນເພື່ອກຳນົດຜົນປະໂຫຍດສ່ວນລວມທີ່ບັນດາພາກສ່ວນກ່ຽວຂ້ອງທັງໝົດຈະໃຫ້ການສະໜັບສະໜູນ, ເຖິງແມ່ນວ່າຈະມີມຸມມອງທີ່ແຕກຕ່າງກັນກໍ່ຕາມ. ຈຸດປະສົງບໍ່ແມ່ນເພື່ອບັນລຸຄວາມເປັນເອກະພາບກັນຢ່າງສົມບູນຕໍ່ກັບທຸກໆດ້ານຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຕ່ເພື່ອໃຫ້ໄດ້ຮັບການສະໜັບສະໜູນໂດຍລວມລະຫວ່າງບັນດາພາກສ່ວນກ່ຽວຂ້ອງສຳລັບຂໍ້ຕົກລົງດັ່ງກ່າວ.

ການ​ປຶກ​ສາ​ຫາ​ລື​ແຫ່ງ​ຊາດ​ສອງ​ລະ​ດັບ

ເພື່ອບັນລຸຄວາມເປັນເອກະພາບແຫ່ງຊາດ, ປະເທດທີ່ສົ່ງອອກໄມ້ຈຶ່ງສືບຕໍ່ດຳເນີນການປຶກສາຫາລືກັບບັນດາພາກສ່ວນກ່ຽວຂ້ອງ ເຊິ່ງເລີ່ມດຳເນີນການໃນ ໄລຍະກ່ອນການເຈລະຈາ. ການປຶກສາຫາລືດັ່ງກ່າວປະກອບສ່ວນເຮັດໃຫ້ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສາມາດນຳໃຊ້ໄດ້, ມີຄວາມໜ້າເຊື່ອຖື ແລະ ມີຄວາມເປັນເຈົ້າການຂອງປະເທດ. ດັ່ງນັ້ນ, ລັກສະນະຂອງການປຶກສາຫາລືແມ່ນສິ່ງທີ່ສຳຄັນ ແລະ ຂຶ້ນກັບ:

  • ກົນ​ໄກ​ທີ່​ມີ​ປະ​ສິດ​ທິ​ພາບ​ໃນ​ການ​ກຳ​ນົດ, ມີ​ສ່ວນ​ຮ່ວມ ແລະ ການ​ແບ່ງ​ປັນ​ຂໍ້​ມູນ​ກັບບັນດາພາກສ່ວນກ່ຽວຂ້ອງ
  • ການ​ມີ​ສ່ວນ​ຮ່ວມ​ຂອງ​ບຸກ​ຄົນ​ທີ່ບັນດາພາກສ່ວນກ່ຽວຂ້ອງເປັນ​ຜູ້​ຄັດ​ເລືອກ​ເພື່ອ​ເປັນ​ຕົວ​ແທນ​ຂອງ​ພວກເຂົາ ແລະ ລະ​ບົບ​ຕ່າງໆທີ​ມີ​ປະ​ສິດ​ທິ​ພາບ ເຊິ່ງ​ເປັນ​ລະ​ບົບ​ທີ່ບຸກ​ຄົນ​ດັ່ງ​ກ່າວສາ​ມາດ​ຖ່າຍ​ທອດ​ຂໍ້​ມູນ​ລະ​ຫວ່າງອົງ​ປະ​ກອບ​ຂອງ​ພວກເຂົາ ແລະ ໂຄງ​ສ້າງ​ການ​ເຈ​ລະ​ຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
  • ​ຂັ້ນ​ຕອນຕ່າງໆ​ທີ່ຮັບ​ປະ​ກັນ​ວ່າ​ຕົວ​ແທນ​ຂອງ​ບັນ​ດາ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ສາ​ມາດ​ສົ່ງ​ອິດ​ທະ​ພົນ​ຕໍ່​ກັບ​ຂັ້ນ​ຕອນ​ດັງ​ກ່າວຢ່າງ​ແທ້​ຈິງ

ແຕ່ລະປະເທດໄດ້ຮັບຮອງເອົາວິທີການ ແລະ ໂຄງສ້າງທີ່ແຕກຕ່າງກັນ. ເຊິ່ງຂະບວນການ ແລະ ໂຄງສ້າງຈະປ່ຽນແປງຢູ່ຕະຫຼອດເວລາ ແລະ ຈະຕ້ອງໄດ້ປັບປ່ຽນເພື່ອໃຫ້ແທດເໝາະກັບສະຖານະການໃໝ່ໆທີ່ເກີດຂຶ້ນ.

ໃນຂັ້ນຕອນຕ່າງໆຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນປະຈຸບັນ, ຕົວແທນຂອງລັດຖະບານ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມໄດ້ຮວມໂຕກັນເປັນກຸ່ມຂອງບັນດາພາກສ່ວນກ່ຽວຂ້ອງຈາກຫຼາຍຝ່າຍເພື່ອພັດທະນາຈຸດຢືນການເຈລະຈາແຫ່ງຊາດ. ເພື່ອເຮັດໃຫ້ຄວາມຕ້ອງການຂອງແຕ່ລະກຸ່ມມີຄວາມດຸ່ນດ່ຽງກັນ ແລະ ເພື່ອບັນລຸຄວາມເປັນເອກະພາບແຫ່ງຊາດຢ່າງກວ້າງຂວາງ, ບັນດາພາກສ່ວນກ່ຽວຂ້ອງທັງໝົດໄດ້ດຳເນີນການປານີປານອມກັນ. ຈາກປະສົບປະການໄດ້ສະແດງໃຫ້ເຫັນວ່າການມີສ່ວນຮ່ວມໂດຍຂຶ້ນກັບການເປັນຕົວແທນຢ່າງມີຄວາມຍຸຕິທຳ ເຮັດໃຫ້ມັນງ່າຍຂຶ້ນສຳລັບບັນດາພາກສ່ວນກ່ຽວຂ້ອງໃນການພັດທະນາຄວາມເປັນເອກະພາບ.

ມີການດຳເນີນການປຶກສາຫາລື ແລະ ການເຈລະຈາ ພາຍໃນ ກຸ່ມຂອງບັນດາພາກສ່ວນກ່ຽວຂ້ອງໃນການພັດທະນາຈຸດຢືນຮ່ວມກັນ ເພື່ອປະກອບເຂົ້າໃນການປຶກສາຫາລືແຫ່ງຊາດ ແລະ/ຫຼື ການເຈລະຈາສອງຝ່າຍ. ເຊິ່ງຂັ້ນຕອນດັ່ງກ່າວເປັນຂັ້ນຕອນການປຶກສາຫາລືຢ່າງຮອບຄອບ. ບັນດາພາກສ່ວນກ່ຽວຂ້ອງປຶກສາຫາລືກັນ ແລະ ລວບລວມຫຼັກຖານເພື່ອຊ່ວຍໃຫ້ພວກເຂົາສາມາດສ້າງຈຸດຢືນ ແລະ ສະແດງອອກຄວາມຕ້ອງການ ແລະ ຄວາມປາດຖະໜາຂອງພວກເຂົາເອງໄດ້. ເຊິ່ງບາງກຸ່ມເລືອກທີ່ຈະດຳເນີນການໂດຍພັດທະນາບົດຄວາມກ່ຽວກັບຈຸດຢືນ.

  • ບໍລິສັດຕ່າງໆທີ່ກ່ຽວຂ້ອງກັບການຄ້າໄມ້ອາດມີສະມາຄົມທີ່ພວກເຂົາສາມາດປຶກສາຫາລືບັນຫາດັ່ງກ່າວ. ເຊິ່ງກຸ່ມເຫຼົ່ານີ້ມີແນວໂນ້ມວ່າຈະເປັນຕົວແທນກຸ່ມໃຫຍ່ ແລະ ເປັນກຸ່ມພາກສ່ວນກ່ຽວຂ້ອງໃນພາກເອກະຊົນທີ່ມີອຳນາດ ແລະ ບໍ່ແມ່ນບັນດາຜູ້ດຳເນີນທຸລະກິດຂະໜາດນ້ອຍ ເປັນຕົ້ນແມ່ນຜູ້ດຳເນີນທຸລະກິດປຸງແຕ່ງ ໄມ້ແບບຄອບຄົວ
  • ອົງການຈັດຕັ້ງທາງສັງຄົມ ແລະ/ຫຼື ຊຸມຊົນສາມາດເຮັດວຽກຮ່ວມກັນເປັນກຸ່ມ ຫຼື ສ້າງເປັນກຸ່ມໃໝ່. ເຊິ່ງສະມາຊິກຂອງເວທີຂອງອົງການຈັດຕັ້ງທາງສັງຄົມອາດຈະມີບຸລິມະສິດທີ່ແຕກຕ່າງກັນ ເປັນຕົ້ນແມ່ນສິດທິມະນຸດ, ສິ່ງແວດລ້ອມ, ບົດບາດຍິງຊາຍ ຫຼື ສິດທິຂອງຄົນຊົນເຜົ່າ. ບຸລິມະສິດທີ່ແຕກຕ່າງກັນສະແດງໃຫ້ເຫັນເຖິງບັນດາສິ່ງທ້າທາຍໃນການບັນລຸຄວາມເປັນເອກະພາບລະຫວ່າງບັນດາອົງການຈັດຕັ້ງທາງສັງຄົມ

ບັນ​ດາ​ສິ່ງ​ທ້າ​ທາຍ​ທີ່​ມີ​ຜົນ​ກະ​ທົບ​ຕໍ່​ການ​ເຈ​ລະ​ຈາ​ແຫ່ງ​ຊາດ

ສຳລັບການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ລະຫວ່າງລັດຖະບານ ແລະ ສະຫະພາບເອີຣົບ, ສິ່ງທ້າທາຍແມ່ນການສ້າງຄວາມເຊື່ອໃຈລະຫວ່າງບັນດາພາກສ່ວນກ່ຽວຂ້ອງ ແລະ ການຮັກສາພັນທະໄລຍະຍາວຂອງພວກເຂົາໃນການດຳເນີນຂັ້ນຕອນຕ່າງໆ. ເຖິງຢ່າງໃດກໍ່ຕາມ ຈາກປະສົບການໄດ້ສະແດງໃຫ້ເຫັນວ່າມັນອາດຈະເປັນສິ່ງທ້າທາຍສຳລັບລັດຖະບານໃນການສ້າງ, ຈັດແຈງ ແລະ ຈັດຕັ້ງປະຕິບັດຂັ້ນຕອນທີ່:

ສາ​ມາດ​ເຮັດ​ໃຫ້​ການ​ມີ​ສ່ວນ​ຮ່ວມຂອງ​ບັນ​ດາ​ພາກ​ສ່ວນ​ກ່ຽວ​ຂ້ອງຫຼາຍ​ຝ່າຍ ມີວົງວຽນການປະກອບຄໍາຄິດເຫັນທີ່​ມີ​ປະ​ສິດ​ທິ​ພາບ ທີ່ເຮັດ​ໃຫ້​ບັນ​ດາ​ພາກ​ສ່ວນ​ກ່ຽວ​ຂ້ອງ​ສາ​ມາດແຈ້ງ​ຂໍ້​ມູນ​ກ່ຽວ​ກັບ​ຈຸດ​ຢືນ​ຂອງ​ປະ​ເທດ ທີ່ມີ​ກົນ​ໄກ​ການ​ປະ​ສານ​ງານ​ທີ່​ມີ​ປະ​ສິດ​ທິ​ພາບ​ໃນ​ການພິ​ຈາ​ລະ​ນາ, ປຶກ​ສາ​ຫາ​ລື ແລະ ຕົກ​ລົງ​ເຫັນ​ດີ​ກ່ຽວ​ກັບ​ຈຸດ​ຢືນ​ຂອງ​ລັດ​ຖະ​ບານ ເພື່ອຮັບ​ປະ​ກັນ​ວ່າ​ການ​ມີ​ສ່ວນ​ຮ່ວມ​ຈະດຳເນີນ​ຕໍ່ໄປຫຼັງ​ຈາກ​ໄລ​ຍະ​ການ​ເຈ​ລະ​ຈາຈົນ​ເຖິງໄລຍະການຈັດຕັ້ງປະຕິບັດ

ລັດຖະບານສ່ວນຫຼາຍແມ່ນຮຽກຮ້ອງແຫຼ່ງຊັບພະຍາກອນ ແລະ ຄວາມອາດສາມາດໃໝ່ໆເພື່ອສົ່ງອິດທິພົນ, ເຊື່ອມຕໍ່ ແລະ ອໍານວຍຄວາມສະດວກໃຫ້ແກ່ການປຶກສາຫາລືລະຫວ່າງບັນດາພາກສ່ວນກ່ຽວຂ້ອງ, ລວມທັງບັນດາກຸ່ມທີ່ໄດ້ມີ່ສ່ວນຮ່ວມຢ່າງຈຳກັດ. ລັດຖະບານຍັງຕ້ອງການສະໜອງຊັບພະຍາກອນຢ່າງພຽງພໍໃນການສະໜັບສະໜູນທຶນໃຫ້ແກ່ການເຈລະຈາ ແລະ ໂຄງສ້າງການຈັດຕັ້ງປະຕິບັດ, ການສຶກສາທາງດ້ານເຕັກນິກ ແລະ ການປະຊຸມຕ່າງໆ.

ບັນດາພາກສ່ວນກ່ຽວຂ້ອງອາດຈະຂາດແຄນຄວາມຮູ້, ທັກສະ ແລະ ຊັບພະຍາກອນໃນການມີສ່ວນຮ່ວມໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຢ່າງມີປະສິດທິພາບ. ລັດຖະບານ, ສະຖາບັນຂອງສະຫະພາບເອີຣົບ, ບັນດາປະເທດສະມາຊິກຂອງສະຫະພາບເອີຣົບ, ກຸ່ມອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ແລະ ອົງການຈັດຕັ້ງສາກົນທັງໝົດຈະມີບົດບາດໃນການເສີມສ້າງຄວາມອາດສາມາດຂອງບັນດາພາກສ່ວນກ່ຽວຂ້ອງເພື່ອດຳເນີນພາກສ່ວນໃດໜຶ່ງໃນການເຈລະຈາ.

ເບິ່ງ​ພາກ​ເນື້ອ​ໃນ​ລະ​ອຽດ​ຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວ​ກັບ ວິ​ທີ​ທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສາ​ມາ​ດ​ເສີມ​ສ້າງ​ຄວາມ​ອາດ​ສາ​ມາດ​ໃຫ້​ເຂັ້ມ​ແຂງ​ຂຶ້ນ ແລະ ການ​ສະ​ໜັບ​ສະ​ໜູນບັນດາພາກສ່ວນກ່ຽວຂ້ອງໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນ ຍາການຄ້າແບບສະໝັກໃຈ (VPA).

ເປັນຕົ້ນແມ່ນການໃຫ້ນິຍາມຄວາມຖືກຕ້ອງທາງກົດໝາຍ, ບັນດາພາກສ່ວນກ່ຽວຂ້ອງຕ້ອງມີຄວາມເຂົ້າໃຈໃນຂອບເຂດວຽກງານທາງກົດໝາຍທີ່ມີ່ຢູ່ແລ້ວ ແຕ່ພວກເຂົາອາດຈະມີອຸປະສັກໃນການເຂົ້າເຖິງຂໍ້ມູນດັ່ງກ່າວ. ພວກເຂົາອາດຕ້ອງການທັກສະໃໝ່ໆເພື່ອເຮັດໃຫ້ພວກເຂົາສາມາດສື່ສານທາງດ້ານເຕັກນິກກ່ຽວກັບຄວາມຖືກຕ້ອງທາງດ້ານກົດໝາຍກັບປະຊາຊົນ ຫຼື ເພື່ອສົ່ງເສີມຈຸດຢືນຂອງພວກເຂົາໃນການເຈລະຈາ. ລັດຖະບານອາດຈະຕ້ອງໄດ້ປຶກສາຫາລື ແລະ ທົດລອງໃນພາກສະໜາມຫຼາຍໆຄັ້ງ ກ່ອນທີ່ຈະບັນລຸນິຍາມທີ່ບັນດາພາກສ່ວນກ່ຽວຂ້ອງທັງໝົດຍອມຮັບ.

ດັ່ງ​ນັ້ນ​ການ​ເຈ​ລະ​ຈາ​ແຫ່ງ​ຊາດຕ້ອງ​ດຳ​ເນີນ​ການ​ໃນ​ບາດ​ກ້າວ​ທີ່​ພຽງ​ພໍ​ໃນ​ການ​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ຢ່າງກວ້າງ​ຂວາງ ແລະ ໃຫ້​ເວ​ລາ​ແກ່ບັນດາພາກສ່ວນກ່ຽວຂ້ອງໃນ​ການ​ທຳ​ຄວາມ​ເຂົ້າ​ໃຈ​ຂັ້ນ​ຕອນ, ສະ​ແດງ​ອອກ​ເຖິງ​ຈຸດ​ຢືນ​ຂອງ​ພວກ​ເຂົາ ແລະ ຮັບ​ປະ​ກັນ​ວ່າຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກ ໃຈໄດ້​ກວມ​ເອົາ​ຜົນ​ປະ​ໂຫຍດ​ຂອງ​ພວກ​ເຂົາ.

ຂໍ້ມູນເພີ່ມເຕີມ

ການເຊື່ອມຕໍ່ໄປສູ່ໜ້າເວັບພາຍນອກ

Canby, K. 2013. ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPAs) ຫຼື ວິທີການໃນການດຳເນີນການປຶກສາຫາລືຢ່າງມີປະສິດທິພາບສຳລັບນະໂຍບາຍແຫ່ງຊາດ. ບົດສະເໜີ Forest Trends PowerPoint [ດາວໂຫຼດ PDF]

Duffield, L. and Ozinga, S. 2014. Making Forestry Fairer. ຄຳແນະນຳທີ່ໃຊ້ໄດ້ຈິງສຳລັບອົງການຈັດຕັ້ງທາງສັງຄົມ ທີ່ມີສ່ວນຮ່ວມໃນການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). FERN. 68pp. [ດາວ​ໂຫຼດ PDF]

Falconer, J. 2013. ພາບລວມຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA): ໂອກາດ ແລະ ສິ່ງທ້າທາຍສຳລັບໂຄງການເພື່ອຄວາມກ້າວໜ້າຂອງການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້. ສະເໜີໂຄງການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ໃນກອງປະຊຸມປະສານງານ. ໃນວັນທີ 9 ຕຸລາ 2013, ນະຄອນບຣຸກແຊນ. [ດາວໂຫຼດPowerPoint presentation]

ແຫຼ່ງຂໍ້ມູນ: ອົງການອາຫານ ແລະ ການກະສິກຳ. 2014. ຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນອາຟຣິກາກາງ ແລະ ຕາເວັນຕົກ: ຈາກທິດສະດີສູ່ການປະຕິບັດ. ອົງການອາຫານ ແລະ ການກະສິກໍາ ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ (FAO) ນະຄອນໂຣມ, ປະເທດອີຕາລີ. 58pp. [ດາວໂຫຼດ PDF presentation]

Othman, M. et al. 2012. ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ໃນແຜນງານ ETFRN News 53: 109–116. [ດາວໂຫຼດ PDF]



 

ຂໍສະຫງວນສິດໃນການນຳໃຊ້. ເນື້ອໃນລາຍລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນອີງຕາມບົດຮຽນ ແລະ ປະສົບປະການທີ່ EU FLEGT Facility ໄດ້ເກັບກ່ຽວ ແລະ ໄດ້ກຳນົດ ແລະ ດັ່ງນັ້ນຈຶ່ງຕົກເປັນຄວາມຮັບຜິດຊອບຂອງອົງການດັ່ງກ່າວແຕ່ພຽງຜູ້ດຽວ. ສຳລັບຄວາມຄິດເຫັນ ຫຼື ຄຳຖາມຕ່າງໆ, ກະລຸນາຕິດຕໍ່ EU FLEGT Facility ໄດ້ທີ່ອີເມວ: info@euflegt.efi.int

© European Forest Institute 2016