Print Friendly and PDF


ໂຄງ​ສ້າງການ​ເຈ​ລະ​ຈາ​ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຫ່ງ​ຊາດ

ໃນ ໄລຍະການເຈລະຈາ ຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ລັດຖະບານຂອງປະເທດທີ່ສົ່ງອອກໄມ້ໄດ້ນຳໃຊ້ບັນດາໂຄງສ້າງທີ່ຕົນໄດ້ສ້າງຂຶ້ນເພື່ອ:

  • ພັດທະນາ ແລະ ກຳນົດຈຸດຢືນຂອງການເຈລະຈາ
  • ເຮັດໃຫ້ສະຫະພາບເອີຣົບມີສ່ວນຮ່ວມໃນການເຈລະຈາສອງຝ່າຍ
  • ຮ່າງເນື້ອໃນ ແລະ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ແຕ່ລະປະເທດໄດ້ສ້າງໂຄງສ້າງການເຈລະຈາ ໂດຍອີງຕາມສະພາບແວດລ້ອມ ແລະ ຄວາມຮຽກຮ້ອງຕ້ອງການຂອງປະເທດຕົນ. ດ້ວຍເຫດນັ້ນ, ໂຄງສ້າງການເຈລະຈາຈຶ່ງມີຄວາມແຕກຕ່າງກັນໃນແຕ່ລະປະເທດ. ໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສ່ວນຫຼາຍ, ລັດຖະມົນຕີ ຫຼື ຕົວແທນອື່ນໆຂອງກະຊວງທີ່ຮັບຜິດຊອບກ່ຽວກັບປ່າໄມ້ ຈະເປັນຜູ້ນຳພາທີມງານ ຫຼື ຄະນະກຳມະການເຈລະຈາ. ທີມງານເຈລະຈາຈະໄດ້ຮັບຂໍ້ມູນທາງດ້ານເຕັກນິກ ແລະ ທາງດ້ານການເມືອງຈາກໂຄງສ້າງ ແລະ ບັນດາພາກສ່ວນກ່ຽວຂ້ອງອື່ນໆ ເພື່ອກຳນົດຂອບເຂດຈຸດຢືນຂອງການເຈລະຈາ.

ມາຮອດປະຈຸບັນ, ໂຄງສ້າງເຈລະຈາແຫ່ງຊາດໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ປະກອບດ້ວຍຕົວແທນຈາກບັນດາກະຊວງຂອງລັດຖະບານ ຍ້ອນວ່າກະຊວງເຫຼົ່ານັ້ນແມ່ນບັນດາພາກສ່ວນກ່ຽວຂ້ອງທີ່ມີຜົນປະໂຫຍດທີ່ສຳຄັນໃນຂັ້ນຕອນຂອງຂໍ້ຕົກລົງດັ່ງກ່າວ. ນອກຈາກນັ້ນ, ກົດໝາຍ ແລະ ລະບຽບການຕ່າງໆທີ່ປະກອບສ້າງເປັນນິຍາມຄວາມຖືກຕ້ອງທາງກົດໝາຍຂອງປະເທດ ແມ່ນຢູ່ພາຍໃຕ້ຂອບເຂດສິດທາງກົດໝາຍຂອງລັດຖະມົນຕີ.

ພາກທີ່ແຍກອອກຈາກພາກເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ປະເທດແຄມມາຣູນ, ການ້າ, ໄລບີເລຍ ແລະ ສາທາລະນະລັດຄອງໂກ.

ຕົວແທນຂອງຜູ້ມີສ່ວນກ່ຽວຂ້ອງໃນໂຄງສ້າງການເຈລະຈາແຫ່ງຊາດ

ໃນບັນດາປະເທດສ່ວນໃຫຍ່ທີ່ໄດ້ເຂົ້າຮ່ວມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ຕົວແທນຂອງ ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ ໄດ້ມີສ່ວນຮ່ວມໃນການເຈລະຈາດັ່ງກ່າວ. ການມີສ່ວນຮ່ວມປະສົບຜົນສຳເລັດ ໂດຍມີທີມງານເຈລະຈາ ແລະ/ຫຼື ຄະນະກໍາມະການທີ່ປຶກສາດ້ານວິຊາການເປັນສະມາຊິກ, ຫຼື ໂດຍຜ່ານຂັ້ນຕອນການປຶກສາຫາລື. ຕົວຢ່າງ:

  • ໃນປະເທດສາທາລະນະລັດຄອງໂກ, ລັດຖະບານບໍ່ພຽງແຕ່ສ້າງຕັ້ງທີມງານເຈລະຈາຂອງບັນດາພາກສ່ວນກ່ຽວຂ້ອງ ແລະ ຄະນະກໍາມະການຊີ້ນຳເພື່ອຮ່າງ ແລະ ເຮັດໃຫ້ຈຸດຢືນມີຄວາມໝັ້ນຄົງເທົ່ານັ້ນ, ແຕ່ຍັງສ້າງຕັ້ງ ‘ສະພາທົ່ວໄປ’ ຂອງບັນດາພາກສ່ວນກ່ຽວຂ້ອງຫຼາຍພາກສ່ວນອີກດ້ວຍ. ສະພາດັ່ງກ່າວຈະປຶກສາຫາລືກ່ຽວກັບຈຸດຢືນຂອງການເຈລະຈາກັບກຸ່ມຂອງບັນດາພາກສ່ວນກ່ຽວຂ້ອງຢ່າງກວ້າງຂວາງ (ເຊິ່ງປະກອບດ້ວຍຕົວແທນຈຳນວນ 100 ຄົນຈາກພາກເອກະຊົນ, ອົງການຈັດຕັ້ງທາງສັງຄົມ ແລະ ລັດຖະບານ). ສະພາດັ່ງກ່າວແມ່ນກົນໄກທີ່ເຮັດໃຫ້ເກີດການສື່ສານ ແລະ ການປຶກສາຫາລື ເພື່ອໃຫ້ບັນລຸຄວາມເປັນເອກະພາບກັນ.

ບາງປະເທດມີຄວາມຫຍຸ້ງຍາກໃນການຮັບປະກັນການມີສ່ວນຮ່ວມຂອງຜູ້ມີສ່ວນກ່ຽວຂ້ອງໃນໂຄງສ້າງການເຈລະຈາ. ເຖິງຢ່າງໃດກໍຕາມ, ປະສົບການຊີ້ໃຫ້ເຫັນວ່າການມີຕົວແທນຈະຊ່ວຍໃນການເຈລະຈາ ແລະ ເສີມສ້າງຄວາມໜ້າເຊື່ອຖືໃຫ້ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ຖ້າບໍ່ມີບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ:

  • ການຕັດສິນໃຈດ້ານຕ່າງໆຈະເຮັດໃຫ້ມີຂໍ້ມູນຈາກບັນດາພາກສ່ວນກ່ຽວຂ້ອງໜ້ອຍລົງ ແລະ ມີຄວາມສ່ຽງທີ່ຈະຖືກປະຕິເສດໃນພາຍຫຼັງ
  • ການໄຫຼວຽນຂອງຂໍ້ມູນລະຫວ່າງບັນດາພາກສ່ວນກ່ຽວຂ້ອງ ແລະ ລັດຖະບານແມ່ນມີຂໍ້ຈຳກັດ

ປະສົບການຍັງຊີ້ໃຫ້ເຫັນວ່າ ການມີສ່ວນຮ່ວມ ຈະໄດ້ຜົນຫຼາຍທີ່ສຸດກໍຕໍ່ເມື່ອບັນດາພາກສ່ວນກ່ຽວຂ້ອງຄັດເລືອກຕົວແທນຂອງພວກເຂົາເອງ. ໃນບາງປະເທດ, ລັດຖະບານເປັນຜູ້ຄັດເລືອກຕົວແທນຂອງອົງການຈັດຕັ້ງທາງສັງຄົມໃຫ້ແກ່ທີມງານເຈລະຈາຂອງບັນດາພາກສ່ວນກ່ຽວຂ້ອງ. ໃນແຕ່ລະກໍລະນີ, ມີຄວາມຈະແຈ້ງວ່າຜູ້ໄດ້ຮັບການແຕ່ງຕັ້ງບໍ່ໄດ້ຮັບການສະໜັບສະໜູນຈາກຜູ້ມີສິດເລືອກຕັ້ງຂອງພວກເຂົາ. ໂດຍຖອດຖອນບົດຮຽນຈາກບັນຫາດັ່ງກ່າວ, ລັດຖະບານໄດ້ຍົກຍ້າຍຜູ້ໄດ້ຮັບການແຕ່ງຕັ້ງ ແລະ ສະເໜີໃຫ້ອົງການຈັດຕັ້ງທາງສັງຄົມເປັນຜູ້ຄັດເລືອກຕົວແທນດ້ວຍຕົວເອງ.




 

ຂໍສະຫງວນສິດໃນການນຳໃຊ້. ເນື້ອໃນລາຍລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນອີງຕາມບົດຮຽນ ແລະ ປະສົບປະການທີ່ EU FLEGT Facility ໄດ້ເກັບກ່ຽວ ແລະ ໄດ້ກຳນົດ ແລະ ດັ່ງນັ້ນຈຶ່ງຕົກເປັນຄວາມຮັບຜິດຊອບຂອງອົງການດັ່ງກ່າວແຕ່ພຽງຜູ້ດຽວ. ສຳລັບຄວາມຄິດເຫັນ ຫຼື ຄຳຖາມຕ່າງໆ, ກະລຸນາຕິດຕໍ່ EU FLEGT Facility ໄດ້ທີ່ອີເມວ: info@euflegt.efi.int

© European Forest Institute 2016