Print Friendly and PDF


ວິ​ທີ​ທີ່​ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເສີມສ້າງຄວາມ​ອາດ​ສາ​ມາດໃຫ້​ເຂັ້ມ​ແຂງ​ຂຶ້ນ

ເປັນຫຍັງຂີດຄວາມສາມາດຈຶ່ງສຳຄັນ

ການຄຸ້ມຄອງປ່າໄມ້ທີ່ດີ ຂຶ້ນກັບຄວາມຮູ້, ທັກສະ, ລະບົບ ແລະ ແຫຼ່ງຊັບພະຍາກອນທີ່ລັດຖະບານ ແລະ ບັນດາພາກສ່ວນກ່ຽວຂ້ອງອື່ນໆຕ້ອງການເພື່ອ:

  • ຄວບຄຸມຕ່ອງໂສ້ການສະໜອງ
  • ກວດສອບ​ຄວາມ​ຖືກ​ຕ້ອງ​ທາງ​ດ້ານ​ກົດ​ໝາຍ​ຂອງ​ໄມ້
  • ຕິດຕາມກວດກາ ແລະ ໃຊ້ມາດຕະການລົງໂທດຕໍ່ອາດຊະຍາກຳທາງດ້ານປ່າໄມ້
  • ຈັດແຈງ ແລະ ພົວພັນກັບຂັ້ນຕອນການຕັດສິນໃຈດ້ວຍຕົວເອງ
  • ປະຕິບັດຕາມເງື່ອນໄຂທາງດ້ານກົດໝາຍ ແລະ ດັດແກ້ການດຳເນີນທຸລະກິດໃຫ້ເໝາະສົມ
  • ປະສານງານກິດຈະກຳຕ່າງໆ
  • ຕິດຕໍ່ສື່ສານຢ່າງມີປະສິດທິພາບ

ເຖິງຢ່າງໃດກໍຕາມ, ຊ່ອງວ່າງຂີດຄວາມສາມາດພາຍໃນລັດຖະບານ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມແມ່ນສິ່ງທີ່ເຮັດໃຫ້ບໍ່ມີປະສິດທິພາບໃນການຄຸ້ມຄອງ. ຂັ້ນຕອນຕ່າງໆໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສາມາດລະບຸ ແລະ ຊ່ວຍແກ້ໄຂຊ່ອງວ່າງດັ່ງກ່າວໃຫ້ສົມບູນຂຶ້ນ. ການເສີມສ້າງຂີດຄວາມສາມາດ ຂັ້ນຕອນຂອງຂໍ້ຕົກລົງດັ່ງກ່າວ ເຊິ່ງເປັນຜົນມາຈາກພັນທະສັນຍາທີ່ທຸກຝ່າຍສ້າງຂຶ້ນ ແລະ ກໍານົດເຂົ້າໃນ ພາກເນື້ອໃນ ແລະ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).

ວິ​ທີ​ທີ່​ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເສີມສ້າງຄວາມ​ອາດ​ສາ​ມາດໃຫ້​ເຂັ້ມ​ແຂງ​ຂຶ້ນ

ການມີສ່ວນຮ່ວມໃນຂັ້ນຕອນຂອງຂໍ້ຕົກລົງດັ່ງກ່າວ ສາມາດເສີມສ້າງຂີດຄວາມສາມາດໄດ້. ບັນດາພາກສ່ວນກ່ຽວຂ້ອງໄດ້ຮັບຄວາມຮູ້ ໂດຍການສ້າງ ແລະ ແບ່ງປັນຂໍ້ມູນ. ຕົວຢ່າງ: ລັດຖະບານຮຽນຮູ້ທັກສະຕ່າງໆຜ່ານປະສົບການຕົວຈິງ, ເປັນຕົ້ນແມ່ນການປຶກສາຫາລືກ່ຽວກັບການບໍລິຫານຈັດການ.

ເພື່ອໃຫ້ການມີສ່ວນຮ່ວມໃນຂັ້ນຕອນຂອງຂໍ້ຕົກລົງດັ່ງກ່າວມີຄວາມໝາຍ, ທຳອິດບັນດາພາກສ່ວນກ່ຽວຂ້ອງຈຳເປັນຈະຕ້ອງເສີມສ້າງຂີດຄວາມສາມາດຂອງພວກເຂົາກ່ອນ. ລັດຖະບານ, ສະຖາບັນການຈັດຕັ້ງຂອງສະຫະພາບເອີຣົບ, ບັນດາປະເທດສະມາຊິກຂອງສະຫະພາບເອີຣົບ, ກຸ່ມຂອງອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ແລະ ອົງການຈັດຕັ້ງສາກົນ, ສະມາຄົມຄ້າໄມ້ ແລະ ບັນດາບໍລິສັດເອກະຊົນຕ່າງໆສາມາດມີບົດບາດສຳຄັນໃນການເສີມສ້າງຂີດຄວາມສາມາດ ໂດຍມີສ່ວນຮ່ວມໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ບັນດາກິດຈະກຳຕ່າງໆໃນການເສີມສ້າງຂີດຄວາມສາມາດປະກອບດ້ວຍ:

  • ການສະໜັບສະໜູນເວທີທີ່ເຮັດໃຫ້ບັນດາພາກສ່ວນກ່ຽວຂ້ອງສາມາດຈັດແຈງຕົວເອງ, ປຶກສາຫາລືບັນຫາ, ແລະ ພັດທະນາຈຸດຢືນໃນການເຈລະຈາ
  • ການຝຶກອົບຮົມກ່ຽວກັບບັນຫາທາງດ້ານເຕັກນິກ, ເປັນຕົ້ນແມ່ນການຕິດຕາມໄມ້
  • ການຝຶກອົບຮົມກ່ຽວກັບບັນຫາການຈັດຕັ້ງ, ເສີມສ້າງການສະໜັບສະໜູນ ເປັນຕົ້ນແມ່ນການພັດທະນາ
  • ການຄົ້ນຄວ້າວິໄຈ ແລະ ການວິເຄາະເນື້ອໃນທາງດ້ານກົດໝາຍ
  • ການສະໜັບສະໜູນເພື່ອລະບຸຂອບເຂດ ທີ່ຄວາມສອດຄ່ອງຂອງພາກເອກະຊົນອາດຈະກຳນົດສິ່ງທ້າທາຍ ແລະ ຂັ້ນຕອນຕ່າງໆໃນການແກ້ໄຂສິ່ງທ້າທາຍຕ່າງໆ
  • ການເສີມສ້າງຄວາມເຂົ້າໃຈໃນເງື່ອນໄຂຕະຫຼາດ ແລະ ຄວາມຕ້ອງການຂໍ້ມູນຕະຫຼາດ
  • ການສະໜັບສະໜູນການແລກປ່ຽນລະຫວ່າງບັນດາຜູ້ມີສ່ວນກ່ຽວຂ້ອງໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາ
  • ການສະໜອງຄວາມຊ່ວຍເຫຼືອທາງດ້ານເຕັກນິກໃຫ້ແກ່ລັດຖະບານ ແລະ ພາກສ່ວນອື່ນໆ
  • ການສະໜັບສະໜູນໃຫ້ບັນດາພາກສ່ວນກ່ຽວຂ້ອງສາມາດເຂົ້າຮ່ວມໃນກອງປະຊຸມໄດ້
  • ການສະໜອງທຶນໃນການວ່າຈ້າງຜູ້ປະສານງານກອງປະຊຸມທີ່ຮວມເອົາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ

ອີງຕາມການດຳເນີນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ຊ່ອງວ່າງຂີດຄວາມສາມາດອື່ນໆສ່ວນຫຼາຍແມ່ນຈະພົ້ນເດັ່ນໃຫ້ເຫັນຢ່າງຊັດເຈນ, ເຊິ່ງຊ່ອງວ່າງດັ່ງກ່າວປະກອບດ້ວຍຂີດຄວາມສາມາດຂອງເຈົ້າໜ້າທີ່ລັດ ເພື່ອເພີ່ມອຳນາດທີ່ມີຢູ່ຂອງພວກເຂົາ, ເປັນຕົ້ນແມ່ນການບໍລິຫານຈັດການປ່າໄມ້ ແລະ ການຈັດຕັ້ງປະຕິບັດກົດໝາຍຕ່າງໆ. ນອກຈາກນັ້ນ, ຍັງອາດມີຊ່ອງວ່າງຕ່າງໆໃນຂີດຄວາມສາມາດຂອງລັດຖະບານ, ພາກເອກະຊົນ ແລະ ກຸ່ມຂອງອົງການຈັດຕັ້ງທາງສັງຄົມໃນການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ຕິດຕາມກວດກາຜົນກະທົບຂອງຂໍ້ຕົກລົງດັ່ງກ່າວ. ການທົດລອງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ໃນພາກສະໜາມອາດຊີ້ໃຫ້ເຫັນເຖິງຄວາມຕ້ອງການໃນການເສີມສ້າງຂີດຄວາມສາມາດໃນພາກເອກະຊົນ.

ຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນມີປະສິດທິພາບໃນການປະເມີນຂີດຄວາມສາມາດໃນທົ່ວຂະແໜງປ່າໄມ້. ບັນດາປະເທດທີ່ເປັນຄູ່ສັນຍາຂໍ້ຕົກລົງດັ່ງກ່າວສ່ວນຫຼາຍແລ້ວຍັງບໍ່ທັນໄດ້ດຳເນີນການປະເມີນຂີດຄວາມສາມາດໃນຂະແໜງປ່າໄມ້ ເຖິງວ່າຂີດຄວາມສາມາດຈະເປັນສິ່ງທີ່ຈຳເປັນສຳລັບການຄຸ້ມຄອງປ່າໄມ້ທີ່ດີກໍຕາມ. ຄວາມຕ້ອງການກ່ຽວກັບຂີດຄວາມສາມາດທີ່ໄດ້ລະບຸໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ປະກອບດ້ວຍ:

  • ການຝຶກອົບຮົມທາງດ້ານເຕັກນິກ ແລະ ການຈັດຕັ້ງໃຫ້ແກ່ໜ່ວຍງານຄຸ້ມຄອງ, ພາກເອກະຊົນ ແລະ
  • ເຕັກໂນລະຊີ, ຊອບແວ ແລະ ອຸປະກອນອື່ນໆ
  • ພະນັກງານ ຫຼື ທັກສະເພີ່ມເຕີມ
  • ອົງການຈັດຕັ້ງໃໝ່, ເປັນຕົ້ນແມ່ນກຸ່ມສະຫະກອນຂອງບັນດາພາກສ່ວນກ່ຽວຂ້ອງຂອງພາກເອກະຊົນ
  • ສະຖາບັນການຈັດຕັ້ງໃໝ່, ເປັນຕົ້ນແມ່ນໜ່ວຍງານທີ່ກວດສອບຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ຫຼື ອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້

ໃນການລະບຸຊ່ອງວ່າງຂີດຄວາມສາມາດ, ຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໄດ້ເນັ້ນໜັກໃສ່ຄວາມຊັບຊ້ອນຂອງຂະແໜງປ່າໄມ້, ແລະ ເຫດຜົນທີ່ພາໃຫ້ເກີດບັນດາສິ່ງທ້າທາຍຕ່າງໆໃນການກວດສອບຂັ້ນຕອນດັ່ງກ່າວ. ຂັ້ນຕອນຂອງຂໍ້ຕົກລົງດັ່ງກ່າວຍັງຍົກໃຫ້ເຫັນເຖິງຊ່ອງວ່າງຂີດຄວາມສາມາດຕ່າງໆ ທີ່ເຮັດໃຫ້ບັນດານັກການເມືອງເນັ້ນໜັກໃສ່ການແກ້ໄຂຊ່ອງວ່າງດັ່ງກ່າວ, ເຊິ່ງປະເທດຕ່າງໆໄດ້ຕອບໂຕ້ຊ່ອງວ່າງຂີດຄວາມສາມາດດ້ວຍຫຼາຍວິທີທີ່ແຕກຕ່າງກັນ.

ບາງປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໄດ້ລະບຸການເສີມສ້າງຂີດຄວາມສາມາດໃນການເຈລະຈາ ແລະ ກຳນົດຄວາມຕ້ອງການໃນການເສີມສ້າງຂີດຄວາມສາມາດເຂົ້າໃນ ເອກະສານຊ້ອນທ້າຍກ່ຽວກັບມາດຕະການເພີ່ມເຕີມ, ເອກະສານຊ້ອນທ້າຍກ່ຽວກັບລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ຫຼື ໃນບ່ອນອື່ນໆໃນຂໍ້ຕົກລົງດັ່ງກ່າວ. ໃບລາຍງານຄວາມຕ້ອງການຈະຊ່ວຍຮັກສາການສະໜັບສະໜູນງົບປະມານແຫ່ງຊາດ ຫຼື ຄວາມຊ່ວຍເຫຼືອຂອງຜູ້ໃຫ້ທຶນ ເພື່ອຍົກລະດັບຂີດຄວາມສາມາດໃຫ້ສູງຂຶ້ນ.

ປະເທດອື່ນໆໄດ້ກ່າວວ່າພວກເຂົາມີຄວາມເຂົ້າໃຈກ່ຽວກັບຊ່ອງຫວ່າງຂີດຄວາມສາມາດຂອງພວກເຂົາ ແລະ ຈະແກ້ໄຂຊ່ອງວ່າງດັ່ງກ່າວໃນ ໄລຍະການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ບໍ່ວ່າຂໍ້ຕົກລົງດັ່ງກ່າວຈະກ່າວເຖິງການເສີມສ້າງຂີດຄວາມສາມາດ ຫຼື ບໍ່ກໍຕາມ, ສິ່ງທີ່ສຳຄັນແມ່ນຂັ້ນຕອນດັ່ງກ່າວຈະສົ່ງຜົນສະທ້ອນຕໍ່ກັບຊ່ອງວ່າງຂີດຄວາມສາມາດ, ການເຄື່ອນໄຫວທີ່ສຳຄັນ ແລະ ແຫຼ່ງຊັບພະຍາກອນທີ່ຕ້ອງການ.




 

ຂໍສະຫງວນສິດໃນການນຳໃຊ້. ເນື້ອໃນລາຍລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນອີງຕາມບົດຮຽນ ແລະ ປະສົບປະການທີ່ EU FLEGT Facility ໄດ້ເກັບກ່ຽວ ແລະ ໄດ້ກຳນົດ ແລະ ດັ່ງນັ້ນຈຶ່ງຕົກເປັນຄວາມຮັບຜິດຊອບຂອງອົງການດັ່ງກ່າວແຕ່ພຽງຜູ້ດຽວ. ສຳລັບຄວາມຄິດເຫັນ ຫຼື ຄຳຖາມຕ່າງໆ, ກະລຸນາຕິດຕໍ່ EU FLEGT Facility ໄດ້ທີ່ອີເມວ: info@euflegt.efi.int

© European Forest Institute 2016