Print Friendly and PDF


ວິ​ທີ​ທີ່​ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສົ່ງ​ເສີມ​ການ​ຄຸ້ມ​ຄອງ​ປ່າ​ໄມ້​ທີ່​ດີ

ການຄຸ້ມຄອງປ່າໄມ້ໄດ້ລວມເອົາຂັ້ນຕອນການຕັດສິນໃຈ ແລະ ສະຖາບັນການຈັດຕັ້ງລະດັບທ້ອງຖິ່ນ, ລະດັບປະເທດ, ລະດັບພາກພື້ນ ແລະ ລະດັບສາກົນເຂົ້າໄວ້ນຳກັນ, ເປັນຕົ້ນແມ່ນ:

  • ຜູ້ຕັດສິນໃຈກ່ຽວກັບປ່າໄມ້
  • ວິທີການທີ່ພວກເຂົາຕັດສິນໃຈ
  • ວິທີການທີ່ພວກເຂົາຈັດຕັ້ງປະຕິບັດ ແລະ ບັງຄັບໃຊ້ນະໂຍບາຍ, ກົດໝາຍ ແລະ ກົດລະບຽບຕ່າງໆ
  • ວິທີການທີ່ພວກເຂົາປະຕິບັດໜ້າທີ່ຮັບຜິດຊອບ

ບັນຫາກ່ຽວກັບການຄຸ້ມຄອງປ່າໄມ້ເກີດຂຶ້ນ ຍ້ອນວ່າປ່າໄມ້ສ້າງລາຍຮັບທີ່ສຳຄັນໃຫ້ແກ່ປະເທດ. ນອກຈາກນັ້ນ, ການຄຸ້ມຄອງປ່າໄມ້ຍັງເປັນສິ່ງສຳຄັນຕໍ່ຊຸມຊົນທ້ອງຖິ່ນ ຍ້ອນມັນຈະສົ່ງຜົນກະທົບໂດຍກົງຕໍ່ກັບຊີວິດການເປັນຢູ່ຂອງພວກເຂົາ. ການຄຸ້ມຄອງປ່າໄມ້ເປັນສິ່ງທີ່ສຳຄັນຕໍ່ກັບຊຸມຊົນໃນພາກພື້ນ ແລະ ສາກົນ ຍ້ອນວ່າປ່າໄມ້ມີບົດບາດສຳຄັນໃນວົງຈອນຂອງນ້ຳ ແລະ ກາກບອນ. ເຖິງຢ່າງໃດກໍຕາມ, ໃນຫຼາຍປະເທດກໍໄດ້ບໍລິຫານຈັດການປ່າໄມ້ ເປັນແຫຼ່ງຊັບພະຍາກອນຫຼັກຂອງພວກເຂົາ, ມອບສິດໃຫ້ບໍລິສັດເອກະຊົນຫາປະໂຫຍດຈາກປ່າໄມ້ໃຫ້ແກ່ພວກເຂົາ.

ການຕັດສິນໃຈກ່ຽວກັບການນຳໃຊ້ ແລະ/ຫຼື ກຳມະສິດຕໍ່ປ່າໄມ້ ສ່ວນໃຫຍ່ແລ້ວແມ່ນບໍ່ມີຄວາມໂປ່ງໃສ, ເຊິ່ງປະຊາຊົນສະແດງຄວາມບໍ່ພໍໃຈກ່ຽວກັບຜູ້ທີ່ຄວນນຳໃຊ້ ແລະ ໄດ້ຮັບຜົນປະໂຫຍດຈາກປ່າໄມ້. ບັນຫາການຄຸ້ມຄອງຕ່າງໆເຫຼົ່ານີ້ພາໃຫ້ເກີດຂໍ້ຂັດແຍ່ງໃນແຫຼ່ງຊັບພະຍາກອນປ່າໄມ້.

ການຄຸ້ມຄອງທີ່ບໍ່ເຂັ້ມແຂງໃນຂະແໜງປ່າໄມ້ຂອງປະເທດສາມາດ:

  • ສ້າງຜົນປະໂຫຍດທີ່ບໍ່ຍຸຕິທຳໃຫ້ແກ່ກຸ່ມທີ່ມີອຳນາດ
  • ມີຜົນກະທົບຕໍ່ກັບກຸ່ມທີ່ບໍ່ເຂັ້ມແຂງ ຫຼື ດ້ອຍໂອກາດ
  • ນຳໃຊ້ຊັບພະຍາກອນຈົນໝົດໂດຍບໍ່ສາມາດບໍລິຫານຈັດການຊັບພະຍາກອນດັ່ງກ່າວໃນໄລຍະຍາວໄດ້

ການຄຸ້ມຄອງປ່າໄມ້ທີ່ບໍ່ເຂັ້ມແຂງເຮັດໃຫ້ຄວາມບໍ່ຖືກຕ້ອງທາງດ້ານກົດໝາຍຍັງຄົງມີຢູ່, ເຊິ່ງຈະເປັນສິ່ງກີດຂວາງຄວາມພະຍາຍາມແຫ່ງຊາດໃນການບໍລິຫານປ່າໄມ້ ເພື່ອການພັດທະນາແບບຍືນຍົງ.

ໃນທາງກົງກັນຂ້າມ, ຖ້າການຄຸ້ມຄອງປ່າໄມ້ມີຄວາມເຂັ້ມແຂງ, ໂປ່ງໃສ, ມີຄວາມຮັບຜິດຊອບ, ມີການມີສ່ວນຮ່ວມ ແລະ ອື່ນໆ (ເບິ່ງຕາຕະລາງ ‘ສິ່ງທີ່ເຮັດໃຫ້ການຄຸ້ມຄອງມີຄວາມເຂັ້ມແຂງແມ່ນຫຍັງ?’) ທີ່ສົ່ງເສີມ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ, ການຄຸ້ມຄອງທີ່ດີຈະຊ່ວຍສົ່ງເສີມຄວາມຖືກຕ້ອງທາງດ້ານກົດໝາຍໃນຂະແໜງປ່າໄມ້ຂອງປະເທດ. ໂດຍຄຳນຶງເຖິງສິ່ງນີ້, ແຜນປະຕິບັດງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ເຫັນວ່າຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເປັນເຄື່ອງມືໃນການປັບປຸງການຄຸ້ມຄອງປ່າໄມ້. ນອກຈາກຜົນປະໂຫຍດອື່ນໆແລ້ວ, ຂໍ້ຕົກລົງດັ່ງກ່າວຍັງ:

  • ພິສູດຂັ້ນຕອນການຕັດສິນໃຈແບບມີສ່ວນຮ່ວມທີ່ບໍ່ເຄີຍຈັດຕັ້ງມາກ່ອນໃນຂະແໜງປ່າໄມ້ຂອງປະເທດທີ່ເປັນຄູ່ຮ່ວມສັນຍາ
  • ລວມເອົາພັນທະຫຼັກໃນການຮັກສາຄວາມໂປ່ງໃສ
  • ສະໜອງຄວາມຈະແຈ້ງທາງດ້ານກົດໝາຍ ແລະ ຂອງສະຖາບັນການຈັດຕັ້ງ ທີ່ສົ່ງເສີມຄວາມຖືກຕ້ອງທາງດ້ານກົດໝາຍ, ການຈັດຕັ້ງປະຕິບັດກົດໝາຍ ແລະ ຄວາມຮັບຜິດຊອບ
  • ເສີມສ້າງຂີດຄວາມສາມາດຂອງລັດຖະບານ ແລະ ບັນດາພາກສ່ວນກ່ຽວຂ້ອງແຫ່ງຊາດໃນການພິຈາລະນາ ແລະ ພັດທະນາວິທີການແກ້ໄຂການລັກລອບຕັດໄມ້ຢ່າງຜິດກົດໝາຍຮ່ວມກັນ

ທ່ານ David Booth ແລະ ທ່ານນາງ Sue Unsworth ໄດ້ວິເຄາະກ່ຽວກັບສິ່ງທີ່ໄດ້ຜົນໃນການຮ່ວມມືພັດທະນາ ພາກເນື້ອໃນ ແລະ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງ, ລວມທັງຜົນປະໂຫຍດທີ່ເກີດຂຶ້ນໂດຍຜ່ານ ຂັ້ນຕອນຂອງຂໍ້ຕົກລົງດັ່ງກ່າວ. ສະແດງໃຫ້ເຫັນວ່າຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໄດ້ບັນລຸເປົ້າໝາຍໃນການຄຸ້ມຄອງ ເນື່ອງຈາກວ່າຂໍ້ຕົກລົງດັ່ງກ່າວ:

  • ມີວິທີການແກ້ໄຂບັນຫາແບບຊ້ຳໄປມາ
  • ໄດ້ລົງທຶນໃສ່ການເສີມສ້າງຄວາມສຳພັນ
  • ພະຍາຍາມສ້າງຜົນປະໂຫຍດຮ່ວມກັນ
  • ມີພັນທະສັນຍາໄລຍະຍາວ
  • ມີຜູ້ນຳທ້ອງຖິ່ນໃນການແກ້ໄຂບັນຫາໃນທ້ອງຖິ່ນ
  • ມີປະຊາຊົນທີ່ມີຄວາມເຂົ້າໃຈເນື້ອໃນການເມືອງເປັນຜູ້ນຳ, ໃນສະຖານທີ່ ທີ່ພວກເຂົາເຄື່ອນໄຫວ

ສິ່ງທີ່ເຮັດໃຫ້ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເປັນສິ່ງໃໝ່ສຳລັບການປະຕິຮູບການຄຸ້ມຄອງ ແມ່ນການທີ່ຂໍ້ຕົກລົງດັ່ງກ່າວຫຼີກລ່ຽງການສ້າງຄວາມກົດດັນພາຍນອກໃຫ້ປະເທດໃດໜຶ່ງ ເພື່ອໃຫ້ປັບປຸງການຄຸ້ມຄອງ. ແຕ່ຈະປ່ອຍໃຫ້ບັນດາພາກສ່ວນກ່ຽວຂ້ອງ ແລະ ລັດຖະບານແຫ່ງຊາດເປັນຜູ້ຕັດສິນໃຈກຳນົດສິ່ງທ້າທາຍຕ່າງໆທີ່ຈະຕ້ອງໄດ້ແກ້ໄຂ ແລະ ມາດຕະຖານທີ່ຈະຕ້ອງໄດ້ບັນລຸໂດຍຜ່ານຂັ້ນຕອນແບບມີສ່ວນຮ່ວມ.

ພາກທີ່ກ່ຽວຂ້ອງຂອງພາກເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໄດ້ກຳນົດວິທີການທີ່ຂໍ້ຕົກລົງດັ່ງກ່າວສາມາດປັບປຸງການຄຸ້ມຄອງປ່າໄມ້ໃນດ້ານຕ່າງໆໂດຍລະອຽດ:

ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພີ່ມຄວາມໂປ່ງໃສ

ວິ​ທີ​ທີ່​ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພີ່ມ​ການມີສ່ວນຮ່ວມ

ວິ​ທີ​ທີ່​ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພີ່ມ​ຄວາມ​ຈະ​ແຈ້ງ​ໂປ່ງ​ໃສ​ຂອງ​ສະ​ຖາບັນ​ກົດ​ໝາຍ ແລະ ການ​ຈັດ​ຕັ້ງ

ວິ​ທີ​ທີ່​ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພີ່ມ​ຄວາມຮັບຜິດຊອບ

ວິ​ທີ​ທີ່​ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເສີມສ້າງຄວາມ​ອາດ​ສາ​ມາດໃຫ້​ເຂັ້ມ​ແຂງ​ຂຶ້ນ

ສິ່ງທີ່ເຮັດໃຫ້ການຄຸ້ມຄອງເຂັ້ມແຂງແມ່ນຫຍັງ?

ການປະສານງານ. ກົມກອງຕ່າງໆຂອງລັດຖະບານຕິດຕໍ່ສື່ສານ ແລະ ປະສານງານເພື່ອແບ່ງປັນຂໍ້ມູນ, ລາຍງານໃຫ້ແຕ່ລະຝ່າຍຮັບຊາບ, ແລະ ຍົກລະດັບການຈັດຕັ້ງປະຕິບັດໂດຍລວມຂອງຂະແໜງການ.

ຄວາມຮັບຜິດຊອບ. ປະຊາຊົນກໍມີຄວາມຮັບຜິດຊອບ, ເຊິ່ງຄວາມຮັບຜິດຊອບຂອງສະຖາບັນການຈັດຕັ້ງແມ່ນມີຄວາມຈະແຈ້ງ ແລະ ມີຄວາມຊັດເຈນ. ບັນດາລະບົບຕ່າງໆໄດ້ຮັບການກວດສອບ ໂດຍການກວດສອບອິດສະຫຼະ. ບັນດາລັດຖະບານແກ້ໄຂຄວາມກັງວົນຂອງອົງການຈັດຕັ້ງທາງສັງຄົມໂດຍການຊົດເຊີຍ ແລະ ແກ້ໄຂຄວາມເດືອດຮ້ອນຂອງປະຊາຊົນ.

ຂີດຄວາມສາມາດ. ພາກສ່ວນກ່ຽວຂ້ອງມີເວລາ, ເງິນທຶນ, ທັກສະ ແລະ ຄວາມຮູ້ທີ່ພວກເຂົາຕ້ອງການໃນການຕັດສິນໃຈ ແລະ ຈັດຕັ້ງປະຕິບັດການຕັດສິນດັ່ງກ່າວ, ເຊິ່ງພວກເຂົາຍັງມີຄວາມສາມາດໃນການດຳເນີນລະບົບທີ່ປະກອບສ່ວນໃນການບໍລິຫານຈັດການຂະແໜງປ່າໄມ້ທີ່ດີ.

ຄວາມຊັດເຈນ. ຂອບເຂດອຳນາດທາງດ້ານກົດໝາຍ, ບົດບາດຂອງສະຖາບັນຈັດຕັ້ງ ແລະ ຄວາມຮັບຜິດຊອບແມ່ນມີຄວາມຊັດເຈນສຳລັບບັນດາພາກສ່ວນກ່ຽວຂ້ອງທັງໝົດ.

ຄວາມໜ້າເຊື່ອຖື. ບັນດາລະບົບຕ່າງໆໄດ້ຮັບການສະໜັບສະໜູນຈາກບັນດາພາກສ່ວນກ່ຽວຂ້ອງ ແລະ ເປີດກວ້າງສູ່ການຕິດຕາມກວດກາ ແລະ ການລາຍງານແບບອິດສະຫຼະ.

ຄວາມໂປ່ງໃສ ລັດຖະບານ ແລະ ບໍລິສັດຕ່າງໆເຮັດໃຫ້ມວນຊົນສາມາດເຂົ້າເຖິງຂໍ້ມູນໄດ້, ເຊິ່ງຂັ້ນຕອນ ແລະ ການຕັດສິນໃຈແມ່ນເປີດກວ້າງໃຫ້ມວນຊົນໃນການມີສ່ວນຮ່ວມ.

ການມີສ່ວນຮ່ວມ. ຕົວແທນຂອງພາກສ່ວນກ່ຽວຂ້ອງສາມາດເຂົ້າຮ່ວມໃນຂັ້ນຕອນການຕັດສິນໃຈໄດ້.

ການຈັດຕັ້ງປະຕິບັດກົດໝາຍ. ມີການແກ້ໄຂການລະເມີດກົດໝາຍຢ່າງໂປ່ງໃສ.

ຄວາມຍຸຕິທຳ. ມີການນຳໃຊ້ນະໂຍບາຍ ແລະ ກົດໝາຍຕໍ່ບັນດາພາກສ່ວນກ່ຽວຂ້ອງຢ່າງເທົ່າທຽມ ແລະ ລວມມີມາດຕະການຕ່າງໆໃນການຫຼຸດຜ່ອນຜົນກະທົບດ້ານລົບຕໍ່ປະຊາຊົນຜູ້ທຸກຍາກ, ທີ່ບໍ່ສາມາດປະຕິບັດຕາມລະບຽບກົດໝາຍໄດ້.

ອິດສະຫຼະ, ການແຈ້ງເຕືອນຂອງອົງການຈັດຕັ້ງທາງສັງຄົມ. ປະຊາຊົນ ແລະ ສື່ມວນຊົນມີຄວາມຮັບຮູ້, ເຂົ້າໃຈ ແລະ ມີອິດສະຫຼະໃນການຕັ້ງຄຳຖາມກັບລັດຖະບານ ແລະ ບໍລິສັດຕ່າງໆ ໂດຍປາສະຈາກຄວາມຢ້ານກົວຕໍ່ອຳນາດຂອງພວກເຂົາ.

 

ວິທີການທີ່ຂັ້ນຕອນຕ່າງໆໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສາມາດແກ້ໄຂສິ່ງທ້າທາຍໃນການຄຸ້ມຄອງ

ກ່ອນທີ່ຂໍ້ຕົກລົງດັ່ງກ່າວຈະສາມາດໃຊ້ງານໄດ້ຢ່າງເຕັມສ່ວນ ແລະ ມີການອອກໃບອະນຸຍາດ FLEGT, ຂັ້ນຕອນຂອງຂໍ້ຕົກລົງດັ່ງກ່າວສາມາດຍົກລະດັບການຄຸ້ມຄອງໃຫ້ດີຂຶ້ນໄດ້ ໂດຍການຊີ້ໃຫ້ເຫັນເຖິງການປະຕິບັດທີ່ບໍ່ໄດ້ຕາມເປົ້າໝາຍ, ໂດຍມີຕົວຢ່າງດັ່ງຕໍ່ໄປນີ້.

ປະ​ເທດ​ກາ​ນ້າ ວິທີການທົ່ວໄປໃນການໄດ້ຮັບສັນຍານຳໃຊ້ໄມ້ສຳລັບຜູ້ຕັດໄມ້ ແມ່ນດຳເນີນການໂດຍຜ່ານຂັ້ນຕອນການປະມູນແບບແຂ່ງຂັນລາຄາ, ເຊິ່ງສະພາຕ້ອງໃຫ້ສັດຕະຍາບັນຕໍ່ການແບ່ງສັດສ່ວນໃນການໃຫ້ປະມູນ. ເຖິງຢ່າງໃດ ກໍຕາມ, ມີກົດໝາຍສະບັບໜຶ່ງອະນຸຍາດໃຫ້ຄະນະກຳມະທິການປ່າໄມ້ຂອງປະເທດການ້າອອກ ‘ໃບອະນຸຍາດພິເສດ’ ຕາມການພິຈາລະນາຂອງຄະນະກຳມະທິການດັ່ງກ່າວ. ໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນການກຳນົດໄມ້ທີ່ຖືກກົດໝາຍ, ອົງການຈັດຕັ້ງທາງສັງຄົມຂອງປະເທດການ້າໄດ້ປະຕິເສດທີ່ຈະລວມເອົາວິທີການຈັດສັນໄມ້ຂອງບັນດາກະຊວງ ເຂົ້າໃນກົນໄກທາງດ້ານກົດໝາຍ. ອົງການຈັດຕັ້ງທາງສັງຄົມຄິດວ່າ ‘ໃບອະນຸຍາດພິເສດ’ ບໍ່ສອດຄ່ອງກັບການປະມູນແບບແຂ່ງຂັນລາຄາ ແລະ ເປັນການທຳລາຍການຄຸ້ມຄອງທີ່ດີ.

ຫຼັງຈາກທີ່ທຸກຝ່າຍຕົກລົງເຫັນດີໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ລັດຖະມົນຕີໄດ້ສືບຕໍ່ອອກໃບອະນຸຍາດພິເສດໃຫ້. ໃນປີ 2013, ກຸ່ມຂອງອົງການຈັດຕັ້ງທາງສັງຄົມໄດ້ຂຽນໜັງສືຫາ ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ, ອົງການ JMRM, ເພື່ອແຈ້ງໃຫ້ຮູ້ກ່ຽວກັບຄວາມກັງວົນຂອງພວກເຂົາ. ສະຫະພາບເອີຣົບໄດ້ຍົກບັນຫາດັ່ງກ່າວໃຫ້ລັດຖະບານຂອງປະເທດການ້າພິຈາລະນາ, ເຊິ່ງມີການຕອບສະໜອງເບື້ອງຕົ້ນໂດຍກ່າວວ່າ ໃບອະນຸຍາດພິເສດບໍ່ແມ່ນສິ່ງທີ່ຜິດກົດໝາຍ. Tສະຫະພາບເອີຣົບໄດ້ຊີ້ໃຫ້ເຫັນວ່າໄມ້ທີ່ຜະລິດຂຶ້ນພາຍໃຕ້ໃບອະນຸຍາດພິເສດຈະບໍ່ໄດ້ຮັບໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້, ເຊິ່ງນິຍາມຄວາມຖືກຕ້ອງທາງດ້ານກົດໝາຍທີ່ໄດ້ກຳນົດໃນເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ບໍ່ໄດ້ລວມເຖິງໃບອະນຸຍາດປະເພດນີ້. ຈາກນັ້ນໄດ້ມີການປືກສາຫາລືກັນລະຫວ່າງກະຊວງ ແລະ ຕົວແທນຂອງອົງການຈັດຕັ້ງທາງສັງຄົມ, ເຊິ່ງຜົນຂອງການປຶກສາຫາລືແມ່ນ ທາງກະຊວງໄດ້ຕົກລົງເຫັນດີໃນປີ 2013 ວ່າຈະບໍ່ອອກໃບອະນຸຍາດພິເສດເພີ່ມເຕີມ.

ປະ​ເທດ​ອິນ​ໂດ​ເນ​ເຊຍ ເຄືອຂ່າຍຕິດຕາມກວດກາປ່າໄມ້ແບບເອກະລາດຂອງປະເທດອິນໂດເນເຊຍ (JPIK) ປະກອບດ້ວຍສະມາຊິກທີ່ເປັນອົງການຈັດຕັ້ງຫຼາຍກວ່າ 60 ອົງການ ແລະ ສະມາຊິກທີ່ເປັນບຸກຄົນຫຼາຍກວ່າ 300 ຄົນ, ເຊິ່ງເຄືອຂ່າຍດັ່ງກ່າວດຳເນີນການເປັນ ຜູ້ສັງເກດການອິດສະຫຼະ ໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ໂດຍຕິດຕາມກວດກາລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ (ທີ່ເອີ້ນວ່າລະບົບ SVLK) ແລະ ລາຍງານອາດຊະຍາກຳທາງດ້ານປ່າໄມ້.

ໃນປີ 2014, ເຄືອຂ່າຍ JPIK ໄດ້ຕີພິມບົດລາຍງານທີ່ຄົ້ນພົບບັນຫາຕ່າງໆກ່ຽວກັບ:

  • ການຕິດຕາມແຫຼ່ງທີ່ມາຂອງວັດຖຸດິບ
  • ການອອກໃບອະນຸຍາດ
  • ຂໍ້ຂັດແຍ່ງທີ່ກ່ຽວຂ້ອງກັບຂອບເຂດ ແລະ ກຳມະສິດ
  • ການກວດສອບຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ທີ່ຜະລິດຂຶ້ນ ໂດຍການປ່ຽນຈາກການນຳໃຊ້ປ່າໄມ້
  • ການຈັດຕັ້ງປະຕິບັດທີ່ບໍ່ເຂັ້ມແຂງຂອງລະບົບ SVLK ແລະ ການຂາດມາດຕະການລົງໂທດຕໍ່ຄວາມບໍ່ສອດຄ່ອງຂອງຜູ້ຖືໃບອະນຸຍາດ

ເຄືອຂ່າຍ JPIK ເຫັນວ່າຍັງບໍ່ມີຄວາມພະຍາຍາມໃດໆໃນການຕິດຕາມກວດກາບາງບໍລິສັດທີ່ໄດ້ຮັບການຢັ້ງຢືນຈາກລະບົບ SVLK ທີ່ມີສ່ວນກ່ຽວພັນໃນການສໍ້ລາດບັງຫຼວງ ຫຼື ຮັບຮູ້ການຄ້າໄມ້ທີ່ຜິດກົດໝາຍ. ເຄືອຂ່າຍ JPIK ໄດ້ກ່າວວ່າຂັ້ນຕອນການອອກໃບອະນຸຍາດຄວນຈະລວມເຂົ້າໃນມາດຕະຖານຄວາມຖືກຕ້ອງທາງກົດໝາຍ ເພື່ອສະກັດກັ້ນການອອກໃບຢັ້ງຢືນຕ່າງໆໃຫ້ແກ່ຜູ້ຖືໃບອະນຸຍາດທີ່ມີບັນຫາ. ເຄືອຂ່າຍ JPIK ຍັງໄດ້ຮັບຂໍ້ມູນທີ່ມີຄວາມໂປ່ງໃສຫຼາຍຂຶ້ນ ແລະ ຂໍ້ມູນໃນການຈັດຕັ້ງປະຕິບັດລະບົບ SVLK, ພ້ອມທັງຂໍ້ມູນໃນການປັບປຸງການຍື່ນ ແລະ ການແກ້ໄຂຄວາມບໍ່ພໍໃຈຈາກບັນດາພາກສ່ວນກ່ຽວຂ້ອງ.

ການແກ້ໄຂລະບົບ SVLK ໃນປີ 2014 ໄດ້ດຳເນີນຕາມຄຳແນະນຳຂອງເຄືອຂ່າຍ JPIK. ແຜນປະຕິບັດງານລະຫວ່າງປະເທດອິນໂດເນເຊຍ ແລະ ສະຫະພາບເອີຣົບ ກ່ຽວກັບຄວາມກ້າວໜ້າຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໄດ້ຕົກລົງເຫັນດີໃນເດືອນມັງກອນ 2015, ເຊິ່ງຍັງໄດ້ປະຕິບັດຕາມຄຳແນະນຳດັ່ງກ່າວເຊັ່ນດຽວກັນ.

ຂໍ້ມູນເພີ່ມເຕີມ

ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ຫຼັກການຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ຜົນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພີ່ມການມີສ່ວນຮ່ວມ

ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຍົກລະດັບຄວາມໂປ່ງໃສຂອງສະຖາບັນກົດໝາຍ ແລະ ການຈັດຕັ້ງ

ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພີ່ມຄວາມຮັບຜິດຊອບ

ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເສີມສ້າງຄວາມອາດສາມາດໃຫ້ເຂັ້ມແຂງຂຶ້ນ

ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພີ່ມຄວາມໂປ່ງໃສ

ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ກ່ຽວກັບຂໍ້ມູນທົ່ວໄປ

ການຕິດຕາມກວດກາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ການເຊື່ອມຕໍ່ໄປສູ່ໜ້າເວັບພາຍນອກ

Bodegom, A.J. et al. Bodegom, A.J. et al. 2008.FLEGT beyond T: ການຄົ້ນຫາຄວາມໝາຍຂອງແນວຄວາມຄິດໃນການຄຸ້ມຄອງຂັ້ນຕອນການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້. ມະຫາວິທະຍາໄລວາເກັນນິງເກັ້ນ. ປະເທດເນເທີແລນ. [ດາວໂຫຼດ PDF]

Booth, D. and Unsworth, S. 2014. ຄວາມສະຫຼາດທາງດ້ານການເມືອງ, ການພັດທະນາທີ່ເນັ້ນໜັກໃສ່ທ້ອງຖິ່ນເປັນໂຕນຳ. ສະຖາບັນພັດທະນາຕ່າງປະເທດ. ນະຄອນຫຼວງລອນດອນ, ສະຫະລາດຊະອານະຈັກ. [ດາວໂຫຼດ PDF]

Duffield, L. and Ozinga, S. 2014. Making Forestry Fairer. ຄຳແນະນຳທີ່ໃຊ້ໄດ້ຈິງສຳລັບອົງການຈັດຕັ້ງທາງສັງຄົມ ທີ່ມີສ່ວນຮ່ວມໃນການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). FERN. 68pp. [ດາວໂຫຼດ PDF]

Jeffree, M. 2014. ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້, ການມອບອຳນາດປ່າໄມ້. Timber Trades Journal Online October 2014: 48–49.

JPIK. 2014. Jຂ່າຍ JPIK ຮຽກຮ້ອງໃຫ້ລັດຖະບານຂອງປະເທດອິນໂດເນເຊຍປັບປຸງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ (SVLK). ຖະແຫຼງການ. ວັນທີ 24 ພະຈິກ 2014 [ອ່ານໃນອິນເຕີເນັດ]

Meridian, A. et al. 2014. ລະບົບ SVLK ໃນສາຍຕາຂອງຜູ້ຕິດຕາມກວດກາ. ການຕິດຕາມກວດກາແບບເອກະລາດ ແລະ ການທົບທວນການຈັດຕັ້ງປະຕິບັດລະບົບການຢັ້ງຢືນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ປີ 2011–2013. ອົງການ JPIK (ເຄືອຂ່າຍການຕິດຕາມກວດກາປ່າໄມ້ແບບເອກະລາດຂອງປະເທດອິນໂດເນເຊຍ). [ດາວໂຫຼດ PDF]



 

ຂໍສະຫງວນສິດໃນການນຳໃຊ້. ເນື້ອໃນລາຍລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນອີງຕາມບົດຮຽນ ແລະ ປະສົບປະການທີ່ EU FLEGT Facility ໄດ້ເກັບກ່ຽວ ແລະ ໄດ້ກຳນົດ ແລະ ດັ່ງນັ້ນຈຶ່ງຕົກເປັນຄວາມຮັບຜິດຊອບຂອງອົງການດັ່ງກ່າວແຕ່ພຽງຜູ້ດຽວ. ສຳລັບຄວາມຄິດເຫັນ ຫຼື ຄຳຖາມຕ່າງໆ, ກະລຸນາຕິດຕໍ່ EU FLEGT Facility ໄດ້ທີ່ອີເມວ: info@euflegt.efi.int

© European Forest Institute 2016