Print Friendly and PDF


ວິ​ທີ​ທີ່​ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພີ່ມ​ຄວາມ​ຈະ​ແຈ້ງ​ໂປ່ງ​ໃສ​ຂອງ​ສະ​ຖາບັນ​ກົດ​ໝາຍ ແລະ ການ​ຈັດ​ຕັ້ງ

ເຫດຜົນທີ່ເຮັດໃຫ້ຄວາມກະຈ່າງແຈ້ງມີຄວາມສຳຄັນ

ຄວາມກະຈ່າງແຈ້ງໂປ່ງໃສທາງດ້ານກົດໝາຍ ແລະ ສະຖາບັນການຈັດຕັ້ງໝາຍຄວາມວ່າເງື່ອນໄຂທາງດ້ານກົດໝາຍ ແລະ ບົດບາດ ແລະ ໜ້າທີ່ຮັບຜິດຊອບຂອງສະຖາບັນການຈັດຕັ້ງແມ່ນມີຄວາມຈະແຈ້ງ ແລະ ມີຄວາມສອດຄ່ອງກັນ. ຄວາມກະຈ່າງແຈ້ງໂປ່ງໃສແມ່ນສິ່ງທີ່ສຳຄັນໃນການຄຸ້ມຄອງປ່າໄມ້ທີ່ດີ ເຊິ່ງມັນເຮັດໃຫ້ບັນດາພາກສ່ວນກ່ຽວຂ້ອງເຂົ້າໃຈເຖິງສິດ, ໜ້າທີ່ຮັບຜິດຊອບ ແລະ ພັນທະຕ່າງໆ.

ຄວາມກະຈ່າງແຈ້ງໂປ່ງໃສໃນຂອບເຂດວຽກງານທາງດ້ານກົດໝາຍເຮັດໃຫ້ປະເທດຕ່າງໆສາມາດຮັບຮອງເຄື່ອງມືຄວບຄຸມທີ່ງ່າຍດາຍ ແລະ ມີຄວາມສອດຄ່ອງກັນ, ເຊິ່ງບັນດາພາກສ່ວນກ່ຽວຂ້ອງສາມາດເຂົ້າໃຈໄດ້ຢ່າງງ່າຍດາຍ. ຄວາມກະຈ່າງແຈ້ງໂປ່ງໃສດັ່ງກ່າວຂຶ້ນກັບລະດັບຂອງ ຄວາມໂປ່ງໃສ ແລະ ການສ້າງພື້ນຖານໃຫ້ແກ່ຄວາມຮັບຜິດຊອບ.

ໃນທາງກົງກັນຂ້າມ, ການຂາດຄວາມກະຈ່າງແຈ້ງໂປ່ງໃສໃນຂະແໜງປ່າໄມ້ຂອງປະເທດພາໃຫ້ເກີດມີບັນຫາທາງດ້ານສັງຄົມ, ເສດຖະກິດ ແລະ/ຫຼື ສິ່ງແວດລ້ອມ. ບັນຫາດັ່ງກ່າວຈະເກີດຂຶ້ນຖ້າຫາກບໍ່ມີຄວາມຈະແຈ້ງວ່າ:

  • ໃຜມີສິດຕໍ່ທີ່ດິນ ຫຼື ຕົ້ນໄມ້
  • ໄມ້ທີ່ຖືກກົດໝາຍ ແລະ ໄມ້ທີ່ບໍ່ຖືກກົດໝາຍແມ່ນແນວໃດ
  • ກົດໝາຍທີ່ຂັດແຍ່ງກັນສະບັບໃດນຳໃຊ້ໃນສະຖານະການທີ່ກຳນົດ
  • ສິ່ງໃດທີ່ບໍລິສັດຄ້າໄມ້ມີພັນທະຕ້ອງສະໜອງໃຫ້ບັນດາຊຸມຊົນທ້ອງຖິ່ນ
  • ສະຖາບັນການຈັດຕັ້ງໃດຈະຕ້ອງຮັບຜິດຊອບຕໍ່ການຄຸ້ມຄອງປ່າໄມ້ໃນດ້ານຕ່າງໆ

ດັ່ງນັ້ນ, ຄວາມກະຈ່າງແຈ້ງໂປ່ງໃສແມ່ນສິ່ງທີ່ກ່ຽວຂ້ອງໂດຍກົງກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ຂອງຂໍ້ຕົກລົງດັ່ງກ່າວ.

ວິທີການທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຍົກລະດັບຄວາມກະຈ່າງແຈ້ງໂປ່ງໃສ

ສ່ວນປະກອບທີ່ສຳຄັນຂອງຂັ້ນຕອນໃນຂໍ້ຕົກລົງດັ່ງກ່າວແມ່ນການປຶກສາຫາລືຂອງບັນດາພາກສ່ວນກ່ຽວຂ້ອງ ໃນການຕົກລົງເຫັນດີກ່ຽວກັບສິ່ງທີ່ຊີ້ໃຫ້ເຫັນວ່າເປັນໄມ້ທີ່ຖືກກົດໝາຍ. ການປຶກສາຫາລືນີ້ຈະພົວພັນເຖິງບັນດາພາກສ່ວນກ່ຽວຂ້ອງໃນການທົບທວນຄືນບັນດາກົດໝາຍ ແລະ ລະບຽບການທີ່ມີຢູ່ ຂອງປະເທດທີ່ສົ່ງອອກໄມ້ເພື່ອລະບຸວ່າຈະນຳໃຊ້ກົດໝາຍ ແລະ ລະບຽບການສະບັບໃດເຂົ້າໃນນິຍາມຄວາມຖືກຕ້ອງທາງດ້ານກົດໝາຍໃນຂໍ້ຕົກລົງດັ່ງກ່າວ. ນອກຈາກນັ້ນ, ການປຶກສາຫາລືດັ່ງກ່າວຍັງໃຫ້ໂອກາດແກ່ບັນດາພາກສ່ວນກ່ຽວຂ້ອງກັບປ່າໄມ້ ໃນການກຳນົດເງື່ອນໄຂທາງດ້ານກົດໝາຍ ແລະ/ຫຼື ຂໍ້ຕົກລົງຂອງສະຖາບັນການຈັດຕັ້ງທີ່ບໍ່ຊັດເຈນ ແລະ ບໍ່ສອດຄ່ອງກັນ.

ສຳລັບການລິເລີ່ມປຶກສາຫາລື, ທຳອິດບັນດາພາກສ່ວນກ່ຽວຂ້ອງຈະຕ້ອງສາມາດເຂົ້າເຖິງ ແລະ ເຂົ້າໃຈກົດໝາຍທີ່ມີຢູ່. ຈາກນັ້ນບັນດາພາກສ່ວນກ່ຽວຂ້ອງຈຶ່ງສາມາດປຶກສາຫາລືກ່ຽວກັບກົດໝາຍຕ່າງໆໄດ້. ກ່ອນອື່ນໝົດຈະຕ້ອງປຶກສາກັນພາຍໃນກຸ່ມເສຍກ່ອນ ແລະ ຈາກນັ້ນຈຶ່ງດຳເນີນການປຶກສາຫາລືກັບກຸ່ມອື່ນ, ເພື່ອກຳນົດຄວາມບໍ່ສອດຄ່ອງກັນ ແລະ ສະເໜີວິທີແກ້ໄຂ. ດັ່ງນັ້ນ, ຂັ້ນຕອນໃນການປັບປຸງຄວາມກະຈ່າງແຈ້ງໂປ່ງໃສແມ່ນຂຶ້ນກັບທັງ ການມີສ່ວນຮ່ວມ ແລະ ລະດັບຂອງ ຄວາມໂປ່ງໃສ.

ມາຮອດປະຈຸບັນ, ການພິຈາລະນາຂອງບັນດາພາກສ່ວນກ່ຽວຂ້ອງຫຼາຍພາກສ່ວນກ່ຽວກັບນິຍາມຄວາມຖືກຕ້ອງທາງກົດໝາຍໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໄດ້ລະບຸຂໍ້ຂັດແຍ່ງກ່ຽວກັບ:

  • ການຕີຄວາມໝາຍຂອງກົດໝາຍໃນຂັ້ນຕອນການຕັດໄມ້
  • ກົດລະບຽບໃນການກຳນົດສັນຍາ, ໂດຍມີກົດລະບຽບທີ່ຮຽກຮ້ອງໃຫ້ມີການປະມູນແບບແຂ່ງຂັນລາຄາ ແລະ
  • ໜ້າທີ່ຮັບຜິດຊອບພາຍໃນໜ່ວຍງານຂອງລັດຖະບານໃນການປະເມີນຜົນກະທົບດ້ານສິ່ງແວດລ້ອມ

ຂັ້ນຕອນໃນການໃຫ້ນິຍາມຄວາມຖືກຕ້ອງທາງດ້ານກົດໝາຍສ່ວນຫຼາຍຈະຊີ້ໃຫ້ເຫັນຄວາມບໍ່ສອດຄ່ອງກັນ, ຂໍ້ຂັດແຍ່ງ ແລະ/ຫຼື ການຊໍ້າຊ້ອນກັນໃນບັນດາກົດໝາຍ ແລະ ລະບຽບການຂອງປະເທດ. ດັ່ງນັ້ນ, ຂັ້ນຕອນດັ່ງກ່າວສາມາດລະບຸການປະຕິຮູບທາງດ້ານກົດໝາຍ ທີ່ມີຄວາມຈຳເປັນໃນການພັດທະນານິຍາມຄວາມຖືກຕ້ອງທາງກົດໝາຍ ທີ່ຕອບສະໜອງຄວາມພໍໃຈຂອງບັນດາພາກສ່ວນກ່ຽວຂ້ອງ. ຕົວຢ່າງ, ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໄດ້ລະບຸການປະຕິຮູບກົດໝາຍ ແລະ/ຫຼື ການຄຸ້ມຄອງທີ່ຈຳເປັນໃນການຮັບຮູ້ສິດທິທາງດ້ານທຳນຽມປະເພນີ, ປ່າໄມ້ຊຸມຊົນ ແລະ ຕະຫຼາດພາຍໃນ.

ນອກຈາກການປັບປຸງຄວາມກະຈ່າງແຈ້ງໂປ່ງໃສທາງດ້ານກົດໝາຍແລ້ວ, ຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຍັງປັບປຸງຄວາມຈະແຈ້ງໂປ່ງໃສຂອງສະຖາບັນການຈັດຕັ້ງອີກດ້ວຍ. ເອກະສານຊ້ອນທ້າຍຂອງຂໍ້ຕົກລົງດັ່ງກ່າວທີ່ກຳນົດລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້, ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ, ໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້, ການກວດສອບອິດສະຫຼະ ແລະ ຂໍ້ມູນທົ່ວໄປ ລ້ວນແລ້ວແຕ່ຊີ້ໃຫ້ເຫັນເຖິງຜູ້ຮັບຜິດຊອບໃນດ້ານຕ່າງໆຢ່າງຈະແຈ້ງ. ບົດບາດ ແລະ ໜ້າທີ່ຮັບຜິດຊອບທີ່ຈະແຈ້ງແມ່ນສິ່ງທີ່ເປັນພື້ນຖານສຳລັບ ຄວາມຮັບຜິດຊອບທີ່ໄດ້ຮັບການປັບປຸງ ໃນຂະແໜງປ່າໄມ້.

ຕົວຢ່າງ. ຄວາມກະຈ່າງແຈ້ງໂປ່ງໃສທາງດ້ານກົດໝາຍໃນປະເທດອິນໂດເນເຊຍ

ປະເທດອິນໂດເນເຊຍມີກົດໝາຍ ແລະ ລະບຽບການຫຼາຍກວ່າ 900 ສະບັບທີ່ນຳໃຊ້ໃນດ້ານໃດໜຶ່ງເຂົ້າໃນຂະແໜງປ່າໄມ້. ເຊັ່ນດຽວກັບກົດໝາຍທີ່ມີຢູ່ຈຳນວນຫຼວງຫຼາຍ, ກົດໝາຍເຫຼົ່ານີ້ມີຄວາມຊັບສົນ ແລະ ບາງຄັ້ງກໍບໍ່ເກາະກ່າຍກັນ.

ໃນປີ 2003, ເຊິ່ງເປັນເວລາສີ່ປີກ່ອນເລີ່ມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ອົງການຈັດຕັ້ງທາງສັງຄົມໄດ້ເລີ່ມດຳເນີນຂັ້ນຕອນເພື່ອໃຫ້ຄວາມກະຈ່າງແຈ້ງຕໍ່ນິຕິກຳກ່ຽວກັບປ່າໄມ້ ແລະ ພັດທະນານິຍາມຄວາມຖືກຕ້ອງທາງກົດໝາຍ. ການມີສ່ວນຮ່ວມຂອງລັດຖະບານ ແລະ ອຸດສາຫະກຳໃນຂັ້ນຕອນນີ້ແມ່ນເພີ່ມຂຶ້ນ ຫຼັງຈາກເລີ່ມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນປີ 2007. ກ່ອນສິ້ນສຸດປີ 2008, ກຸ່ມຂອງບັນດາພາກສ່ວນກ່ຽວຂ້ອງຫຼາຍພາກສ່ວນໄດ້ນຳສະເໜີນິຍາມຄວາມຖືກຕ້ອງທາງກົດໝາຍ ແລະ ການສະເໜີກ່ຽວກັບລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ຕໍ່ລັດຖະບານ. ພາຍໃນຫົກເດືອນ, ລັດຖະບານ ແລະ ບັນດາພາກສ່ວນກ່ຽວຂ້ອງໄດ້ດັດແກ້ການສະເໜີ ແລະ ລວມເອົາການສະເໜີດັ່ງກ່າວເຂົ້າໃນນິຕິກຳສະບັບໃໝ່.

ໃນກໍລະນີມີກົດໝາຍຢູ່ແລ້ວຫຼາຍຮ້ອຍສະບັບ, ບັນດາພາກສ່ວນກ່ຽວຂ້ອງໄດ້ກຳນົດກົດໝາຍຍ່ອຍ ແລະ ລະບຽບການຕ່າງໆ ທີ່ໃຫ້ນິຍາມຄວາມຖືກຕ້ອງທາງກົດໝາຍຕອບສະໜອງຕໍ່ຜົນປະໂຫຍດຂອງພວກເຂົາ. ພາຍໃຕ້ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ປະເທດອິນໂດເນເຊຍແມ່ນມີແຕ່ມາດຕະຖານການຄຸ້ມຄອງຕ່ອງໂສ້ການສະໜອງໄມ້ອັນດຽວ ແລະ ນິຍາມຄວາມຖືກຕ້ອງທາງກົດໝາຍສຳລັບພື້ນທີ່ປ່າໄມ້ເຈັດປະເພດ.

ຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໄດ້ເຮັດໃຫ້ຄວາມຖືກຕ້ອງທາງດ້ານກົດໝາຍໃນຂະແໜງປ່າໄມ້ຂອງປະເທດອິນໂດເນເຊຍມີຄວາມຈະແຈ້ງຫຼາຍຂຶ້ນ. ຂໍ້ຕົກລົງດັ່ງກ່າວສະໜອງຕົວຊີ້ວັດ ແລະ ມາດຕະການກວດກາທີ່ບັນດາຜູ້ກວດສອບສາມາດນຳໃຊ້ເພື່ອປະເມີນຄວາມຖືກຕ້ອງທາງດ້ານກົດໝາຍ. ນິຍາມຄວາມຖືກຕ້ອງທາງກົດໝາຍໃໝ່ ເຮັດໃຫ້ເຈົ້າໜ້າທີ່ຕຳຫຼວດຈັດຕັ້ງປະຕິບັດກົດໝາຍໄດ້ງ່າຍຂຶ້ນ ແລະ ສໍາລັບລະບົບຍຸຕິທຳ ເພື່ອດຳເນີນຄະດີຕໍ່ຜູ້ລັກລອບຕັດໄມ້ຢ່າງຜິດກົດໝາຍ, ເຊິ່ງນິຍາມໃໝ່ນີ້ໄດ້ຮັບການຍອມຮັບຢ່າງກວ້າງຂວາງຈາກພາກເອກະຊົນ.

ຕັ້ງແຕ່ປີ 2009 ເປັນຕົ້ນມາ, ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ຂອງປະເທດອິນໂດເນເຊຍ ໄດ້ດຳເນີນການຕາມການທົບທວນຄືນຂອງບັນດາພາກສ່ວນກ່ຽວຂ້ອງຫຼາຍພາກສ່ວນ. ການທົບທວນຄືນແມ່ນໄດ້ພິຈາລະນາບົດຮຽນໃນການຈັດຕັ້ງປະຕິບັດ ແລະ ຜົນຮັບໃນເບື້ອງຕົ້ນຂອງການປະເມີນລະບົບຮ່ວມກັນລະຫວ່າງສະຫະພາບເອີຣົບ ແລະ ປະເທດອິນໂດເນເຊຍ. ການທົບທວນຄືນດັ່ງກ່າວໄດ້ສົ່ງຜົນໃຫ້ມີການປ່ຽນແປງນິຕິກຳສະບັບປີ 2009, ລວມທັງການດັດແກ້ທີ່ຫຼຸດຜ່ອນພາລະຕໍ່ບັນດາຜູ້ຜະລິດໄມ້ຂະໜາດນ້ອຍທີ່ມີຄວາມສ່ຽງຕໍ່າ.

ຂໍ້ມູນເພີ່ມເຕີມ

ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ການປະຕິຮູບນິຕິກຳທີ່ເປັນຜົນມາຈາກຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ນິຍາມຄວາມຖືກຕ້ອງທາງກົດໝາຍ

ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສົ່ງເສີມການຄຸ້ມຄອງປ່າໄມ້ທີ່ດີ

ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເສີມສ້າງຄວາມອາດສາມາດໃຫ້ເຂັ້ມແຂງຂຶ້ນ

ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພີ່ມຄວາມໂປ່ງໃສ

ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພີ່ມຄວາມຮັບຜິດຊອບວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພີ່ມການມີສ່ວນຮ່ວມ




 

ຂໍສະຫງວນສິດໃນການນຳໃຊ້. ເນື້ອໃນລາຍລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນອີງຕາມບົດຮຽນ ແລະ ປະສົບປະການທີ່ EU FLEGT Facility ໄດ້ເກັບກ່ຽວ ແລະ ໄດ້ກຳນົດ ແລະ ດັ່ງນັ້ນຈຶ່ງຕົກເປັນຄວາມຮັບຜິດຊອບຂອງອົງການດັ່ງກ່າວແຕ່ພຽງຜູ້ດຽວ. ສຳລັບຄວາມຄິດເຫັນ ຫຼື ຄຳຖາມຕ່າງໆ, ກະລຸນາຕິດຕໍ່ EU FLEGT Facility ໄດ້ທີ່ອີເມວ: info@euflegt.efi.int

© European Forest Institute 2016