Print Friendly and PDF


ວິ​ທີ​ທີ່​ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພີ່ມ​ການມີສ່ວນຮ່ວມ

ເຫດຜົນທີ່ເຮັດໃຫ້ການມີສ່ວນຮ່ວມເປັນສິ່ງທີ່ສຳຄັນ

ການມີສ່ວນຮ່ວມແມ່ນໝາຍເຖິງການໃຫ້ປະຊາຊົນມີສ່ວນຮ່ວມເຂົ້າໃນຂັ້ນຕອນນະໂຍບາຍທີ່ອາດຈະສົ່ງຜົນກະທົບຕໍ່ພວກເຂົາ, ເຊິ່ງການມີສ່ວນຮ່ວມປະກອບດ້ວຍຫຼາຍລະດັບທີ່ແຕກຕ່າງກັນ, ເລີ່ມຕັ້ງແຕ່ໄດ້ຮັບແຈ້ງການກ່ຽວກັບຂັ້ນຕອນນະໂຍບາຍ ໄປຈົນເຖິງການສະແດງຄວາມຄິດເຫັນ ແລະ ສາມາດສົ່ງຜົນຕໍ່ຜົນຮັບຂອງນະໂຍບາຍ. ວິທີການໜຶ່ງທີ່ເຮັດໃຫ້ເຫັນພາບແມ່ນການປຽບທຽບຂັ້ນຕອນດັ່ງກ່າວເປັນຂັ້ນໄດ, ເຊິ່ງຂັ້ນໄດແຕ່ລະຂັ້ນປຽບສະເໝືອນລະດັບການມີສ່ວນຮ່ວມທີ່ເພີ່ມຫຼາຍຂຶ້ນໃນແຕ່ລະຂັ້ນ.

ຮູບທີ 9.ຂັ້ນໄດການມີສ່ວນຮ່ວມ’.ດັດແກ້ຈາກ Arnstein, S.R.1969. ຂັ້ນໄດທີ່ຊີ້ໃຫ້ເຫັນລະດັບການມີສ່ວນຮ່ວມຂອງປະຊາຊົນ. Journal of the American Institute of Planners 35: 216–224.

ການມີສ່ວນຮ່ວມແມ່ນດ້ານໜຶ່ງທີ່ສຳຄັນໃນການຄຸ້ມຄອງປ່າໄມ້ທີ່ດີ ເນື່ອງຈາກວ່າການມີສ່ວນຮ່ວມເຮັດໃຫ້ບັນດາພາກສ່ວນກ່ຽວຂ້ອງມີບົດບາດໃນການອອກຄຳຄິດຄຳເຫັນຕໍ່ຂັ້ນຕອນການຕັດສິນໃຈທີ່ສົ່ງຜົນກະທົບຕໍ່ພວກເຂົາ. ນອກຈາກນັ້ນ, ການມີສ່ວນຮ່ວມຍັງນຳຜົນປະໂຫຍດມາສູ່ຂັ້ນຕອນການຕັດສິນໃຈ ໂດຍການເຮັດໃຫ້ຂັ້ນຕອນດັ່ງກ່າວມີຄວາມເປັນໄປໄດ້ທີ່ຈະສາມາດໃຊ້ໄດ້ຈິງຫຼາຍຂຶ້ນ, ມີການຕັດສິນໃຈທີ່ສະເໝີພາບ ແລະ ມີຄວາມໜ້າເຊື່ອຖື ເຊິ່ງຈະສະທ້ອນຄວາມເປັນເອກະພາບຢ່າງກວ້າງຂວາງລະຫວ່າງບັນດາພາກສ່ວນກ່ຽວຂ້ອງ.

ການມີສ່ວນຮ່ວມຍັງສາມາດຫຼຸດຜ່ອນຂໍ້ຂັດແຍ່ງ ແລະ ເສີມສ້າງຄວາມໄວ້ວາງໃຈລະຫວ່າງກຸ່ມຂອງບັນດາພາກສ່ວນ. ໂດຍການປັບປຸງຄວາມສຳພັນລະຫວ່າງກຸ່ມຂອງບັນດາພາກສ່ວນກ່ຽວຂ້ອງ ທີ່ເຄີຍມີຄວາມສຳພັນທີ່ບໍ່ດີໃນເມື່ອກ່ອນ, ການມີສ່ວນຮ່ວມສາມາດສົ່ງເສີມຄວາມເທົ່າທຽມກັນໃນການສ້າງນະໂຍບາຍ.

ເຖິງຢ່າງໃດກໍຕາມ, ກ່ອນການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ການມີສ່ວນຮ່ວມຂອງຜູ້ມີສ່ວນກ່ຽວຂ້ອງໃນການຕັດສິນໃຈໃນບັນດາປະເທດທີ່ສົ່ງອອກໄມ້ແມ່ນສິ່ງທີ່ຫາຍາກ, ໂດຍສະເພາະ ໃນບັນດາຊຸມຊົນທີ່ເປັນເຈົ້າຂອງ ແລະ ນຳໃຊ້ແຫຼ່ງຊັບພະຍາກອນປ່າໄມ້ ເຂົ້າໃນການດໍາລົງຊີວິດການເປັນຢູ່ຂອງພວກເຂົາ ແມ່ນບໍ່ມີສ່ວນຮ່ວມໃນການຕັດສິນໃຈກ່ຽວກັບປ່າໄມ້.

ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຍົກລະດັບການມີສ່ວນຮ່ວມ

ຂັ້ນຕອນຕ່າງໆໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນລະດັບທີ່ຜູ້ມີສ່ວນກ່ຽວຂ້ອງມີສ່ວນຮ່ວມ ແລະ ມີບົດບາດໃນການອອກຄຳຄິດເຫັນຕໍ່ການຕັດສິນໃຈແມ່ນເປັນສິ່ງທີ່ບໍ່ເຄີຍມີມາກ່ອນ. ຂັ້ນຕອນຂອງຂໍ້ຕົກລົງດັ່ງກ່າວໄດ້ສົ່ງເສີມການມີສ່ວນຮ່ວມທັງໃນ ຂັ້ນຕອນຂອງຂໍ້ຕົກລົງດັ່ງກ່າວເອງ ແລະ ເປັນຜົນມາຈາກພັນທະສັນຍາທີ່ທຸກຝ່າຍສ້າງຂຶ້ນ ແລະ ກຳນົດໃນ ພາກເນື້ອໃນ ແລະ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາ.

ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເປັນ​ຂໍ້​ຕົກ​ລົງ​ທາງ​ດ້ານ​ການ​ຄ້າ​ສະ​ບັບ​ທຳ​ອິດ​ທີ່​ໄດ້​ຮັບ​ການ​ພັດ​ທະ​ນາ ໂດຍ​ຜ່ານ​ຂັ້ນ​ຕອນ​ການ​ມີ​ສ່ວນ​ຮ່ວ​ມ​ຂອງ​ບັນ​ດາ​ພາກ​ສ່ວນ​ກ່ຽວ​ຂ້ອງ​ຫຼາຍພາກ​ສ່ວນ ທີ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ກັບ​ການ​ຕັດ​ສິນ​ໃຈ​ໃນ​ຂະ​ແໜງ​ປ່າ​ໄມ້. ໃນຫຼາຍໆປະເທດທີ່ສົ່ງອອກໄມ້ ທີ່ເຂົ້າຮ່ວມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ແມ່ນຍັງບໍ່ເຄີຍມີຂັ້ນຕອນແບບມີສ່ວນຮ່ວມມາກ່ອນ.

ສະຫະພາບເອີຣົບໄດ້ສົ່ງເສີມການມີສ່ວນຮ່ວມຂອງຜູ້ມີສ່ວນກ່ຽວຂ້ອງຢ່າງກວ້າງຂວາງໃນການເຈລະຈາ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພື່ອຮັບປະກັນວ່າຂໍ້ຕົກລົງດັ່ງກ່າວມີຄວາມໜ້າເຊື່ອຖື. ນອກຈາກນັ້ນ, ຂໍ້ຕົກລົງດັ່ງກ່າວຍັງມີຄວາມແຕກຕ່າງຈາກບັນດາໂຄງການອື່ນໆທີ່ສົ່ງເສີມໃຫ້ບັນດາພາກສ່ວນກ່ຽວຂ້ອງມີສ່ວນຮ່ວມ ເພື່ອໃຫ້ມີຄວາມຍືນຍົງ, ສາມາດກວມລວມເອົານະໂຍບາຍແຫ່ງຊາດ ແລະ ການຄ້າສາກົນ, ແລະ ການມີສ່ວນຮ່ວມທາງການເມືອງໃນລະດັບສູງ.

ຂອບເຂດທີ່ຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສ້າງຂຶ້ນເພື່ອໃຫ້ການມີສ່ວນຮ່ວມຂອງບັນດາພາກສ່ວນກ່ຽວຂ້ອງມີຄວາມປອດໄພຫຼາຍຂຶ້ນຕະຫຼອດເວລາ. ຖ້າບັນດາພາກສ່ວນກ່ຽວຂ້ອງນຳຂໍ້ມູນ ແລະ ມູນຄ່າມາສູ່ຂັ້ນຕອນດັ່ງກ່າວ, ລັດຖະບານຈະຖືວ່າບັນດາພາກສ່ວນກ່ຽວຂ້ອງເປັນຄູ່ຮ່ວມງານ. ເຖິງຢ່າງໃດກໍຕາມ, ໃນເບື້ອງຕົ້ນ, ກຸ່ມຂອງພາກສ່ວນກ່ຽວຂ້ອງຫຼັກແຕ່ລະກຸ່ມຈະພົບກັບບັນດາສິ່ງທ້າທາຍດັ່ງຕໍ່ໄປນີ້:

  • ຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະສົ່ງຜົນກະທົບ ແລະ ພົວພັນກັບກະຊວງຕ່າງໆທີ່ມີສ່ວນກ່ຽວພັນກັບກຳນົດການຕ່າງໆ, ແລະ ການປະສານງານລະຫວ່າງກະຊວງຕ່າງໆແມ່ນເປັນເລື່ອງທີ່ຍາກ
  • ບັນດາພາກສ່ວນກ່ຽວຂ້ອງຂອງພາກເອກະຊົນມີແນວໂນ້ມວ່າຈະບໍ່ມີການຈັດຕັ້ງທີ່ດີ ແລະ ສ່ວນຫຼາຍແມ່ນບໍ່ເຫັນມູນຄ່າຂອງທຸລະກິດໃນການເຂົ້າຮ່ວມກອງປະຊຸມທີ່ຍືດເຍື້ອຍາວນານທີ່ພົວພັນກັບຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
  • ກຸ່ມຂອງອົງການຈັດຕັ້ງທາງສັງຄົມມີຄວາມຫຍຸ້ງຍາກໃນການສະແດງອອກຜົນປະໂຫຍດຕ່າງໆຂອງພວກເຂົາ ແລະ ສ່ວນໃຫຍ່ລັດຖະບານ ແລະ ພາກເອກະຊົນຈະຮັບຮູ້ພວກເຂົາວ່າແມ່ນຜູ້ສ້າງບັນຫາ

ການມີສ່ວນຮ່ວມໃນໄລຍະກ່ອນການເຈລະຈາໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ກ່ອນທີ່ປະເທດທີ່ສົ່ງອອກໄມ້ຈະເຂົ້າຮ່ວມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກັບສະຫະພາບເອີຣົບ, ປະເທດດັ່ງກ່າວຈະຕ້ອງຮັບປະກັນວ່າມີຄວາມເປັນເອກະພາບກັນລະຫວ່າງບັນດາພາກສ່ວນກ່ຽວຂ້ອງໃນການສະໜັບສະໜູນຂັ້ນຕອນຂອງຂໍ້ຕົກລົງດັ່ງກ່າວ. ເພື່ອບັນລຸຄວາມເປັນເອກະພາບກັນລະຫວ່າງບັນດາພາກສ່ວນກ່ຽວຂ້ອງ ຈຶ່ງຈຳເປັນຕ້ອງໄດ້ແຈ້ງໃຫ້ບັນດາພາກສ່ວນກ່ຽວຂ້ອງຮັບຊາບ, ເຊິ່ງໝາຍຄວາມວ່າບັນດາພາກສ່ວນກ່ຽວຂ້ອງຈະຕ້ອງເຂົ້າໃຈໃນສິ່ງທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສາມາດສະໜອງໃຫ້ພວກເຂົາໄດ້ ແລະ ວິທີທີ່ຂໍ້ຕົກລົງດັ່ງກ່າວສາມາດຕອບສະໜອງຜົນປະໂຫຍດຂອງພວກເຂົາ, ລວມທັງສິ່ງທີ່ຂໍ້ຕົກລົງດັ່ງກ່າວຮຽກຮ້ອງຈາກພວກເຂົາ.

ໜ່ວຍງານລັດຖະບານ, ອົງການຈັດຕັ້ງທາງສັງຄົມ ຫຼື ກຸ່ມຂອງບັນດາພາກສ່ວນກ່ຽວຂ້ອງທີ່ໄດ້ຮັບການຈັດຕັ້ງຂຶ້ນ, ເປັນຕົ້ນແມ່ນສະມາຄົມຜູ້ຄ້າໄມ້, ອາດກໍໃຫ້ເກີດຄວາມພະຍາຍາມໃນການມີສ່ວນຮ່ວມ ແລະ ແຈ້ງໃຫ້ບັນດາພາກສ່ວນກ່ຽວຂ້ອງຮັບຊາບ. ສະຖາບັນຈັດຕັ້ງຂອງສະຫະພາບເອີຣົບ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆໃຫ້ການສະໜັບສະໜູນແກ່ບັນດາວຽກງານດັ່ງກ່າວ. ການສະໜັບສະໜູນອາດຈະດຳເນີນການໃນຮູບແບບການຝຶກອົບຮົມ, ການປະຊຸມແບບເປີດກ້ວາງ ແລະ ການເຜີຍແຜ່ຜ່ານທາງສື່ມວນຊົນ. ການກໍານົດພາກສ່ວນກ່ຽວຂ້ອງໃນກິດຈະກຳຕ່າງໆທີ່ສາມາດເສີມສ້າງການມີສ່ວນຮ່ວມໃຫ້ເຂັ້ມແຂງຂຶ້ນ (ເບິ່ງຕາຕະລາງ ‘ການກໍານົດພາກສ່ວນກ່ຽວຂ້ອງ’).

ການກໍານົດພາກສ່ວນກ່ຽວຂ້ອງ

ການກໍານົດພາກສ່ວນກ່ຽວຂ້ອງແມ່ນເຄື່ອງມື ທີ່ສາມາດຊ່ວຍລະບຸວ່າບຸກຄົນໃດຈະໄດ້ຮັບຜົນກະທົບ ຫຼື ສົ່ງຜົນກະທົບຕໍ່ນະໂຍບາຍ ຫຼື ຂັ້ນຕອນ. ບັນດາຜູ້ທີ່ໄດ້ຮັບຜົນກະທົບອາດຈະປະກອບດ້ວຍຕົວແທນຂອງກະຊວງ ແລະ ກົມກອງຂອງລັດຖະບານ, ບັນດາພາກສ່ວນກ່ຽວຂ້ອງຂອງພາກເອກະຊົນຂະໜາດໃຫຍ່ ແລະ ຂະໜາດນ້ອຍທົ່ວຕ່ອງໂສ້ການສະໜອງ, ອົງການຈັດຕັ້ງທາງສັງຄົມ, ຊຸມຊົນ ແລະ ຄົນຊົນເຜົ່າ.

ການກຳນົດດັ່ງກ່າວອາດຈະພົວພັນກັບການສຶກສາຢູ່ພາກຫ້ອງການ, ການຢ້ຽມຢາມ ແລະ ການປຶກສາຫາລືກັບກຸ່ມຕ່າງໆທີ່ໄດ້ຮັບຜົນກະທົບທາງກົງ ຫຼື ທາງອ້ອມຈາກຂະແໜງປ່າໄມ້. ການກຳນົດດັ່ງກ່າວອາດຈະລວມເຖິງການປະຊຸມທີ່ບັນດາພາກສ່ວນກ່ຽວຂ້ອງປຶກສາຫາລືກັນ ແລະ ກວດກາຜົນຮັບຕ່າງໆ. ໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ລັດຖະບານ ແລະ ກຸ່ມຂອງບັນດາພາກສ່ວນກ່ຽວຂ້ອງນຳໃຊ້ວິທີການກຳນົດ ເພື່ອຊ່ວຍລະບຸບັນດາພາກສ່ວນກ່ຽວຂ້ອງ ແລະ ກຸ່ມຂອງບັນດາພາກສ່ວນກ່ຽວຂ້ອງທີ່ຄວນຈະມີສ່ວນຮ່ວມ ແລະ ຄວນສະໜັບສະໜູນພວກເຂົາ ເຊິ່ງຈະຕ້ອງຊ່ວຍໃຫ້ພວກເຂົາສາມາດມີສ່ວນຮ່ວມໄດ້.

ການກໍານົດພາກສ່ວນກ່ຽວຂ້ອງສາມາດສົ່ງເສີມຂັ້ນຕອນການມີສ່ວນຮ່ວມຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ເຖິງຢ່າງໃດກໍຕາມ, ການກໍານົດພາກສ່ວນກ່ຽວຂ້ອງຍັງສາມາດຈໍາກັດພື້ນທີ່ສຳລັບການມີສ່ວນຮ່ວມ, ຕົວຢ່າງ:

  • ການກຳນົດດັ່ງກ່າວຈະບໍ່ທົ່ວເຖິງ, ໂດຍບໍ່ລວມເອົາບັນດາພາກສ່ວນກ່ຽວຂ້ອງທີ່ສຳຄັນ
  • ລັດຖະບານບໍລິຫານຈັດການການດຳເນີນການດັ່ງກ່າວຕາມແນວທາງ ‘ຄຳສັ່ງຈາກຂັ້ນເທິງ’ ຫຼາຍກວ່າ
  • ລັດຖະບານພິຈາລະນາວິທີການກຳນົດ ເປັນຂັ້ນຕອນທີ່ແນ່ນອນ ແລະ ເປັນຂັ້ນຕອນສຸດທ້າຍ, ຫຼາຍກວ່າເປັນຂັ້ນຕອນແບບເຮັດຊ້ຳໄປມາ

ການມີສ່ວນຮ່ວມໃນໄລຍະກ່ອນການເຈລະຈາໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ການມີສ່ວນຮ່ວມຂອງຜູ້ມີສ່ວນກ່ຽວຂ້ອງໃນ ການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໝາຍຄວາມວ່າສະຫະພາບເອີຣົບ ແລະ ປະເທດທີ່ເປັນຄູ່ຮ່ວມສັນຍາສາມາດພັດທະນາຂໍ້ຕົກລົງທີ່ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງ. ການສະໜັບສະໜູນຢ່າງກວ້າງຂວາງອຳນວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດທີ່ມີປະສິດທິພາບ.

ໃນໄລຍະການເຈລະຈາຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ມາເຖິງປະຈຸບັນ, ລັດຖະບານສ່ວນໃຫຍ່ໄດ້ພັດທະນາຂັ້ນຕອນການປຶກສາຫາລືແບບມີສ່ວນຮ່ວມ ທີ່ລວມເອົາບັນດາພາກສ່ວນກ່ຽວຂ້ອງທີ່ຂໍ້ຕົກລົງດັ່ງກ່າວສົ່ງຜົນກະທົບ, ເຊິ່ງບັນດາພາກສ່ວນກ່ຽວຂ້ອງຈະເປັນຜູ້ຈັດຕັ້ງປະຕິບັດ ແລະ ມີຜົນປະໂຫຍດໃນຂໍ້ຕົກລົງດັ່ງກ່າວ. ເຖິງແມ່ນວ່າຄວາມຮັບຜິດຊອບໃນການຈັດແຈງຂັ້ນຕອນການປຶກສາຫາລືແມ່ນຕົກເປັນຂອງລັດຖະບານຂອງປະເທດທີ່ເປັນຄູ່ຮ່ວມສັນຍາກໍຕາມ, ກຸ່ມຂອງບັນດາພາກສ່ວນກ່ຽວຂ້ອງແຕ່ລະກຸ່ມຍັງເປັນຜູ້ຮັບຜິດຊອບໃນການຈັດແຈງການປຶກສາຫາລືພາຍໃນກຸ່ມຂອງພວກເຂົາເອງ.

ວິທີການກໍານົດພາກສ່ວນກ່ຽວຂ້ອງສາມາດຊ່ວຍຂະຫຍາຍການມີສ່ວນຮ່ວມໃຫ້ກວ້າງຂຶ້ນ ເພື່ອຮັບປະກັນວ່າບັນດາພາກສ່ວນກ່ຽວຂ້ອງທັງໝົດມີສ່ວນຮ່ວມ (ເບິ່ງໃນຕາຕະລາງ ‘ການກໍານົດພາກສ່ວນກ່ຽວຂ້ອງ’). ປະສົບການຊີ້ໃຫ້ເຫັນວ່າຖ້າມີການປຶກສາຫາລືແບບມີສ່ວນຮ່ວມຫຼາຍເທົ່າໃດ, ຈະເຮັດໃຫ້ເກີດມີວິທີແກ້ໄຂບັນຫາຫຼາຍເທົ່ານັ້ນ ແລະ ບັນດາພາກສ່ວນກ່ຽວຂ້ອງຈະໃຊ້ເວລາໜ້ອຍລົງໃນການບັນລຸຄວາມເປັນເອກະພາບຕໍ່ກັບບັນຫາຕ່າງໆ. ດັ່ງນັ້ນ, ການມີສ່ວນຮ່ວມຂອງຜູ້ມີສ່ວນກ່ຽວຂ້ອງຈະຊ່ວຍເສີມສ້າງຄວາມສາມາດໃນການນຳໃຊ້ຕົວຈິງ ແລະ ຄວາມໜ້າເຊື່ອຖືຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ຮັບປະກັນກຳມະສິດຂອງປະເທດ ແລະ ຂັບເຄື່ອນການພັດທະນາການຄຸ້ມຄອງ.

ການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສ້າງໂອກາດໃນການສົ່ງເສີມການມີສ່ວນຮ່ວມ. ການປຶກສາຫາລືກ່ຽວກັບ ນິຍາມຄວາມຖືກຕ້ອງທາງກົດໝາຍ, ຕົວຢ່າງ, ການນຳຜົນປະໂຫຍດຕ່າງໆມາສູ່ໂຕະປະຊຸມເຈລະຈາ. ຕາມທີ່ພາກເນື້ອໃນຫຼັກ ແລະ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງດັ່ງກ່າວໄດ້ປະກອບເປັນຮູບຮ່າງຂຶ້ນ, ພາກດັ່ງກ່າວຈະປະກອບດ້ວຍພັນທະສັນຍາໃນການສືບຕໍ່ມີສ່ວນຮ່ວມໃນ ໄລຍະການຈັດຕັ້ງປະຕິບັດ.

ເຖິງຢ່າງໃດກໍຕາມ, ລັດຖະບານເຫັນວ່າມັນແມ່ນສິ່ງທ້າທາຍໃນການສ້າງຕັ້ງ ໂຄງສ້າງຂອງບັນດາພາກສ່ວນກ່ຽວຂ້ອງ ແລະ ຂັ້ນຕອນທີ່ເຮັດໃຫ້ບັນດາພາກສ່ວນກ່ຽວຂ້ອງສາມາດແບ່ງປັນຄວາມຄິດເຫັນຂອງພວກເຂົາ.

ແຕ່ລະປະເທດໄດ້ນຳໃຊ້ວິທີການທີ່ແຕກຕ່າງກັນ. ໃນປະເທດຫວຽດນາມ, ລັດຖະບານໄດ້ດຳເນີນການປຶກສາຫາລືຢ່າງກວ້າງຂວາງກັບຊຸມຊົນ ເພື່ອຮວບຮວມຄວາມກັງວົນ. ໃນປະເທດໄລບີເລຍ, ບໍ່ພຽງແຕ່ມີການປຶກສາຫາລືກັບຊຸມຊົນຕ່າງໆເທົ່ານັ້ນ ແຕ່ຍັງໃຫ້ຕຳແໜ່ງໃນໂຄງສ້າງການເຈລະຈາແຫ່ງຊາດອີກດ້ວຍ. ໃນປະເທດຮອນດູລັສ໌, ເວທີຂອງບັນດາພາກສ່ວນກ່ຽວຂ້ອງໃນລະດັບພາກພື້ນ ຈະປະກອບເຂົ້າໃນການປຶກສາຫາລືແຫ່ງຊາດ.

ປະສົບການສະແດງໃຫ້ເຫັນວ່າມັນເປັນສິ່ງສຳຄັນສຳລັບກຸ່ມຂອງບັນດາພາກສ່ວນກ່ຽວຂ້ອງ ໃນການຄັດເລືອກຕົວແທນຂອງພວກເຂົາເອງ. ບັນດາຕົວແທນຈະຕ້ອງມີຄວາມຮັບຜິດຊອບຕໍ່ກັບຜູ້ທີ່ມີສິດເລືອກຕັ້ງຂອງພວກເຂົາ. ຕົວແທນຂອງຜູ້ມີສ່ວນກ່ຽວຂ້ອງຕ້ອງການວິທີການທີ່ມີປະສິດທິພາບໃນການແບ່ງປັນຂໍ້ມູນຈາກການເຈລະຈາກັບຜູ້ມີສິດເລືອກຕັ້ງຂອງພວກເຂົາ ແລະ ປະກອບຄວາມຄິດເຫັນຂອງບຸກຄົນດັ່ງກ່າວເຂົ້າໃນການເຈລະຈາ.

ເພື່ອເຮັດໃຫ້ບັນດາພາກສ່ວນກ່ຽວຂ້ອງສາມາດມີສ່ວນຮ່ວມໄດ້, ຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະຕ້ອງພິຈາລະນາຫຼາຍບັນຫາ ເປັນຕົ້ນແມ່ນເວລາ, ທັກສະ, ເງິນທຶນ ແລະ ແຫຼ່ງຊັບພະຍາກອນອື່ນໆທີ່ບັນດາພາກສ່ວນກ່ຽວຂ້ອງຈະຕ້ອງມີຄວາມເຂົ້າໃຈ ແລະ ມີສ່ວນຮ່ວມໃນຂັ້ນຕອນຢ່າງມີປະສິດທິພາບ, ເຊິ່ງເວທີຂອງຜູ້ມີສ່ວນກ່ຽວຂ້ອງອາດຈະຮຽກຮ້ອງການສະໜັບສະໜູນ ແລະ ການລົງທຶນໃນ:

  • ຂະແໜງການສຶກສາ ແລະ ປູກຈິດສຳນຶກລະຫວ່າງບັນດາພາກສ່ວນກ່ຽວຂ້ອງຢ່າງກວ້າງຂວາງ, ລວມທັງຜູ້ທີ່ມີສິດເລືອກຕັ້ງທີ່ຢູ່ໃນເຂດຊົນນະບົດ ແລະ ສະຖານທີ່ທີ່ຍາກຈະເຂົ້າເຖິງ
  • ເຜີຍແຜ່ຂໍ້ມູນທາງດ້ານເຕັກນິກ ແລະ ກົດໝາຍໃຫ້ແກ່ປະຊາຊົນ ໂດຍນຳໃຊ້ຫຼາຍພາສາ, ນຳໃຊ້ພາສາທີ່ເຂົ້າໃຈງ່າຍ ແລະ ບຸກຄົນທີ່ມີລະດັບການສຶກສາທີ່ແຕກຕ່າງກັນສາມາດເຂົ້າໃຈຂໍ້ມູນດັ່ງກ່າວໄດ້

ບັນດາພາກສ່ວນກ່ຽວຂ້ອງບາງພາກສ່ວນໄດ້ຮັບການລາຍງານ ແລະ ການຈັດແຈງທີ່ດີ, ໃນຂະນະທີ່ກຸ່ມອື່ນໆ, ເປັນຕົ້ນແມ່ນຊຸມຊົນ ແລະ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ແມ່ນກົງກັນຂ້າມ. ການສຳຫຼວດຂອງ Tropenbos International ໃນປະເທດສາທາລະນະລັດປະຊາທິປະໄຕຄອງໂກ ໃນປີ 2014 ພົບວ່າບັນດາພາກສ່ວນກ່ຽວຂ້ອງຈຳນວນ 90% ບໍ່ມີຂໍ້ມູນກ່ຽວກັບການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທີ່ກຳລັງດຳເນີນການຢູ່. ເພື່ອແກ້ໄຂບັນຫາດັ່ງກ່າວ, Tropenbos International ໄດ້ຈັດການຝຶກອົບຮົມກ່ຽວກັບບັນຫາການຕັດໄມ້ແບບມີສີມື ແລະ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃຫ້ແກ່ຜູ້ຕາງໜ້າຂອງລັດຖະບານທ້ອງຖິ່ນ, ຊຸມຊົນ, ຜູ້ຕັດໄມ້ທີ່ມີສີມື ແລະ ອົງການຈັດຕັ້ງທາງສັງຄົມ.

ການມີສ່ວນຮ່ວມໃນໄລຍະກ່ອນການເຈລະຈາໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ການມີສ່ວນຮ່ວມໃນ ໄລຍະການຈັດຕັ້ງປະຕິບັດ ຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເປັນສິ່ງສຳຄັນສຳລັບບັນດາພາກສ່ວນກ່ຽວຂ້ອງ ຍ້ອນວ່າຂໍ້ຕົກລົງດັ່ງກ່າວສ້າງມາເພື່ອໃຫ້ພວກເຂົາມີສ່ວນຮ່ວມໃນໄລຍະການເຈລະຈາ. ການມີສ່ວນຮ່ວມໃນໄລຍະການຈັດຕັ້ງປະຕິບັດໝາຍຄວາມວ່າແທນທີ່ຈະມີການປະຕິບັດຂໍ້ຕົກລົງດັ່ງກ່າວຢ່າງງ່າຍດາຍ, ບັນດາພາກສ່ວນກ່ຽວຂ້ອງສາມາດສະແດງຄວາມຄິດເຫັນກ່ຽວກັບວິທີການໃນການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ. ໂດຍການເຂົ້າຮ່ວມໃນໄລຍະການຈັດຕັ້ງປະຕິບັດ, ບັນດາພາກສ່ວນກ່ຽວຂ້ອງຈະໄດ້ຮັບຂໍ້ມູນຄວາມຄືບໜ້າ ແລະ ສາມາດເຂົ້າຮ່ວມປະຕິບັດວຽກງານໃຫ້ສຳເລັດໄດ້, ປັບປຸງຄວາມເປັນໄປໄດ້ໃນການປະສົບຜົນສຳເລັດ.

ເຖິງຢ່າງໃດກໍຕາມ, ມັນເປັນເລື່ອງທົ່ວໄປທີ່ການມີສ່ວນຮ່ວມຈະຫຼຸດໜ້ອຍລົງ ໃນໄລຍະທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ປ່ຽນຈາກການເຈລະຈາໄປສູ່ການຈັດຕັ້ງປະຕິບັດ. ການມີສ່ວນຮ່ວມອາດຈະຫຼຸດລົງບາງສ່ວນ ຍ້ອນວ່າຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວຈະໄດ້ຮັບການສ້າງຂຶ້ນຫຼັງຈາກທີ່ທຸກຝ່າຍໄດ້ໃຫ້ສັດຕະຍາບັນຂໍ້ຕົກລົງດັ່ງກ່າວແລ້ວເທົ່ານັ້ນ, ເຊິ່ງການສ້າງຕັ້ງຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດອາດຈະໃຊ້ເວລາຢູ່ພໍສົມຄວນ ຫຼັງຈາກສິ້ນສຸດການເຈລະຈາ.

ນອກຈາກນັ້ນ, ການປະຊຸມສອງຝ່າຍ, ເຊິ່ງເປັນການປະຊຸມທີ່ລະດົມເອົາບັນດາພາກສ່ວນກ່ຽວຂ້ອງ ແລະ ກິດຈະກຳໂຄງສ້າງໃນໄລຍະການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ແມ່ນມີບໍ່ຫຼາຍໃນໄລຍະການຈັດຕັ້ງປະຕິບັດ. ເພື່ອຊ່ວຍແກ້ໄຂບັນຫາຄວາມລ່າຊ້າໃນການສ້າງຕັ້ງຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ, ສະຫະພາບເອີຣົບ ແລະ ປະເທດທີ່ເປັນຄູ່ຮ່ວມສັນຍາຈະສ້າງຕັ້ງຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດຊົ່ວຄາວຂຶ້ນທັນທີຫຼັງຈາກສິ້ນສຸດການເຈລະຈາ. Iຄະນະກຳມະການຊົ່ວຄາວຈະສາມາດສືບຕໍ່ດຳເນີນກອງປະຊຸມທາງການ ແລະ ລະດົມເອົາບັນດາພາກສ່ວນກ່ຽວຂ້ອງ.

ພາກ ເນື້ອໃນ ແລະ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະມີລະດັບທີ່ແຕກຕ່າງກັນຂຶ້ນກັບການມີສ່ວນຮ່ວມຂອງຜູ້ມີສ່ວນກ່ຽວຂ້ອງ, ແຕ່ທຸກສະບັບແມ່ນອ້າງອີງເຖິງການມີສ່ວນຮ່ວມດັ່ງກ່າວ. ລະດັບຂອງລາຍລະອຽດບໍ່ໄດ້ຈຳກັດຂອບເຂດຂອງການມີສ່ວນຮ່ວມ ແລະ ນອກນັ້ນບັນດາພາກສ່ວນກ່ຽວຂ້ອງຍັງມີຄວາມຄາດຫວັງຕໍ່ທັງສອງດ້ານທີ່ການມີສ່ວນຮ່ວມຈະສືບຕໍ່ໄປສູ່ໄລຍະການຈັດຕັ້ງປະຕິບັດ.

ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຕ່ລະສະບັບເນັ້ນໜັກໃສ່ການມີສ່ວນຮ່ວມຂອງຜູ້ມີສ່ວນກ່ຽວຂ້ອງໃນມາດຕາ ທີ່ລະບຸໄວ້ໃນພາກເນື້ອໃນຫຼັກ ແລະ ກຳນົດລາຍລະອຽດເພີ່ມເຕີມໃນເອກະສານຊ້ອນທ້າຍຂອງຂໍ້ຕົກລົງດັ່ງກ່າວ, ເຊິ່ງໄດ້ກຳນົດບົດບາດຂອງບັນດາພາກສ່ວນກ່ຽວຂ້ອງໃນການກວດສອບ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດ. ບົດບາດດັ່ງກ່າວອາດລວມມີການມີສ່ວນຮ່ວມໃນ ໂຄງສ້າງການຈັດຕັ້ງປະຕິບັດແຫ່ງຊາດ, ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ, ເປັນແຫຼ່ງຂໍ້ມູນສຳລັບ ການກວດສອບອິດສະຫຼະ ຫຼື ເປັນ ຜູ້ສັງເກດການອິດສະຫຼະ.

ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຕ່ລະສະບັບລະບຸວ່າສະຫະພາບເອີຣົບຈະຈັດກອງປະຊຸມປຶກສາຫາລືສາມັນກັບບັນດາພາກສ່ວນກ່ຽວຂ້ອງກ່ຽວກັບການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ. ກອງປະຊຸມປຶກສາຫາລືສາມັນຈະຊ່ວຍໃຫ້ບັນລຸພັນທະສັນຍາຂອງສະຫະພາບເອີຣົບພາຍໃຕ້ສົນທິສັນຍາ Aarhus ວ່າດ້ວຍການເຂົ້າເຖິງຂໍ້ມູນຂ່າວສານສະບັບປີ 1998, ການມີສ່ວນຮ່ວມຂອງມວນຊົນໃນການຕັດສິນໃຈ ແລະ ການເຂົ້າເຖິງຄວາມຍຸຕິທໍາໃນບັນຫາສິ່ງແວດລ້ອມ.

ຕົວຢ່າງການມີສ່ວນຮ່ວມໃນການດຳເນີນການ

ໃນ ປະເທດການ້າ, ໃນໄລຍະເລີ່ມຕົ້ນອົງການຈັດຕັ້ງທາງສັງຄົມບໍ່ມີຕົວແທນຂອງພວກເຂົາໃນຄະນະກໍາມະການຊີ້ນໍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຫ່ງຊາດ. ເມື່ອພວກເຂົາເດີນຂະບວນປະທ້ວງ, ລັດຖະບານໄດ້ສ້າງຕຳແໜ່ງໃນຄະນະກຳມະການຂຶ້ນມາໃຫ້ພວກເຂົາ. ຫຼັງຈາກທີ່ດຳເນີນຂັ້ນຕອນຂອງຂໍ້ຕົກລົງດັ່ງກ່າວ, ກຸ່ມຂອງອົງການຈັດຕັ້ງທາງສັງຄົມໄດ້ມີບົດບາດສຳຄັນໃນການຮ່າງນິຍາມຄວາມຖືກຕ້ອງທາງກົດໝາຍ, ທົດລອງລະບົບການຕິດຕາມແຫຼ່ງທີ່ມາຂອງໄມ້ໃນລະບົບຄອມພິວເຕີຂອງປະເທດການ້າໃນພາກສະໜາມ ແລະ ມີບົດບາດໃນຂັ້ນຕອນການປະຕິຮູບກົດໝາຍທີ່ເກີດຈາກຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).

ໃນ ປະເທດອິນໂດເນເຊຍ, ໃນປະຈຸບັນ ການປຶກສາຫາລືຂອງຜູ້ມີສ່ວນກ່ຽວຂ້ອງແມ່ນມາດຕະຖານໃນການປ່ຽນແປງແຜນງານການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້. ຕົວຢ່າງ, ການດັດແກ້ລະບຽບການແຫ່ງຊາດສະບັບຫຼ້າສຸດທີ່ເປັນຜົນມາຈາກການຮ່ວມປະເມີນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ປະກອບດ້ວຍກອງປະຊຸມປຶກສາຫາລືລະດັບພາກພື້ນຈຳນວນສີ່ກອງປະຊຸມ ແລະ ກອງປະຊຸມປຶກສາຫາລືແຫ່ງຊາດຂອງບັນດາພາກສ່ວນກ່ຽວຂ້ອງຈຳນວນ 300 ທ່ານ. ອີງຕາມການປຶກສາຫາລື, ຄະນະກຳມະການຮ່າງກົດໝາຍຂອງບັນດາພາກສ່ວນກ່ຽວຂ້ອງໄດ້ສຳເລັດການດັດແກ້ກົດໝາຍ. ອົງການຈັດຕັ້ງທາງສັງຄົມ, ລັດຖະບານ, ພາກເອກະຊົນ ແລະ ຜູ້ກວດສອບປະຕິບັດວຽກງານຮ່ວມກັນເພື່ອປັບປຸງລະບົບຕ່າງໆ. ໃນປີ 2014, ກຸ່ມຂອງອົງການຈັດຕັ້ງທາງສັງຄົມຂອງປະເທດອິນໂດເນເຊຍມອບອຳນາດໃຫ້ຕົວແທນຈຳນວນເຈັດຄົນໃນການປະຕິບັດຕາມຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເປັນເວລາຫ້າປີ ແລະ ກຳນົດວິທີການຕ່າງໆໃຫ້ແກ່ຕົວແທນໃນການລາຍງານສູ່ເຄືອຂ່າຍທີ່ກວ້າງຂຶ້ນ. ນອກຈາກນັ້ນ, ໜຶ່ງໃນເຈັດຄົນໄດ້ເປັນຕົວແທນຂອງອົງການຈັດຕັ້ງທາງສັງຄົມ ໃນຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ.

ໃນ ປະເທດໄລບີເລຍ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານໄດ້ສະເໜີຂໍຕຳແໜ່ງໃນໂຕະເຈລະຈາຂອງຕົວແທນຂອງຊຸມຊົນກ່ຽວກັບຂໍ້ຕົກລົງດັ່ງກ່າວ, ເຊິ່ງການສະເໜີດັ່ງກ່າວເຮັດໃຫ້ເກີດມີເຈັດຕຳແໜ່ງສຳລັບຕົວແທນຂອງຊຸມຊົນ ແລະ ສີ່ຕຳແໜ່ງສຳລັບອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ. ບັນດາຕົວແທນດັ່ງກ່າວໄດ້ພັດທະນາລະບົບສຳລັບການສົ່ງຂໍ້ມູນໄປຫາຊຸມຊົນ ແລະ ສຳລັບຊຸມຊົນໃນການສົ່ງຂໍ້ມູນໄປຫາຜູ້ເຈລະຈາ.

 

ທັດສະນະຄະຕິ. Obed Owusu–Addai ກ່ຽວກັບການມີສ່ວນຮ່ວມໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຂອງປະເທດການ້າ

“ປະຈຸບັນ, ພວກເຮົາແມ່ນກຳລັງປະຊຸມກັບລັດຖະບານ ແລະ ອຸດສາຫະກຳ ໃນການບໍລິຫານຈັດການປ່າໄມ້ໃນປະເທດການ້າ, ດັ່ງນັ້ນການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ແມ່ນໂອກາດທີ່ສຳຄັນສຳລັບພວກເຮົາໃນປະເທດການ້າ, ໂດຍສະເພາະຈາກທັດສະນະຄະຕິຂອງອົງການຈັດຕັ້ງທາງສັງຄົມ. ພາຍໃນເວລາທີ່ຈໍາກັດ, ພວກເຮົາຫວັງວ່າລະບົບຈະມີຄວາມເຂັ້ມແຂງ ໂດຍມີອົງການຈັດຕັ້ງທາງສັງຄົມຫຼາຍອົງການເຂົ້າຮ່ວມ, ເຊິ່ງບໍ່ພຽງແຕ່ມີອົງການຈັດຕັ້ງທາງສັງຄົມເທົ່ານັ້ນ ແຕ່ຍັງມີຊຸມຊົນເຂົ້າຮ່ວມໃນການບໍລິຫານຈັດການຂະແໜງປ່າໄມ້ຂອງປະເທດການ້າອີກດ້ວຍ. ດັ່ງນັ້ນ ພວກເຮົາຈຶ່ງຄາດຫວັງການປ່ຽນແປງຢ່າງຫຼວງຫຼາຍ ແລະ ພວກເຮົາກໍໄດ້ເລີ່ມເຫັນວ່າມີການປ່ຽນແປງບາງສ່ວນແລ້ວ ແລະ ກໍເປັນໄປດ້ວຍດີ, ເຊິ່ງໃນອະນາຄົດກໍຈະເປັນໄປດ້ວຍດີເຊັ່ນດຽວກັນ.”

Obed Owusu–Addai, Civic Response, host of Forest Watch Ghana/ແຫຼ່ງທີ່ມາຂອງຂໍ້ມູນ: ການສຳພາດອົງກອນ EU FLEGT Facility ໃນປີ 2014

ຂໍ້ມູນເພີ່ມເຕີມ

ການເຊື່ອມຕໍ່ໄປສູ່ໜ້າເວັບພາຍນອກ

Bollen, A. and Ozinga, S. 2013. Iການປັບປຸງການຄຸ້ມຄອງປ່າໄມ້. ການປຽບທຽບລະຫວ່າງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ແລະ ຜົນກະທົບຂອງຂໍ້ຕົກລົງດັ່ງກ່າວ. FERN. 50pp. [ດາວໂຫຼດ PDF]

Duffield, L. and Ozinga, S. 2014. Making Forestry Fairer. ຄຳແນະນຳທີ່ໃຊ້ໄດ້ຈິງສຳລັບອົງການຈັດຕັ້ງທາງສັງຄົມ ທີ່ມີສ່ວນຮ່ວມໃນການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). FERN. 68pp. [ດາວໂຫຼດ PDF]

FERN et al. 2008. ເງື່ອນໄຂໃນການປຶກສາຫາລືພາຍໃຕ້ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້. LoggingOff Briefing note #1 [ດາວໂຫຼດ PDF]

Tropenbos International. 2014. FLEGT-VPA: ບັນດາພາກສ່ວນກ່ຽວຂ້ອງຈຳນວນ 90% ບໍ່ຮັບຮູ້ຂັ້ນຕອນໃນ ແຂວງ Orientale, ສາທາລະນະລັດປະຊາທິປະໄຕຄອງໂກ [ອ່ານໃນອິນເຕີເນັດ]



 

ຂໍສະຫງວນສິດໃນການນຳໃຊ້. ເນື້ອໃນລາຍລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນອີງຕາມບົດຮຽນ ແລະ ປະສົບປະການທີ່ EU FLEGT Facility ໄດ້ເກັບກ່ຽວ ແລະ ໄດ້ກຳນົດ ແລະ ດັ່ງນັ້ນຈຶ່ງຕົກເປັນຄວາມຮັບຜິດຊອບຂອງອົງການດັ່ງກ່າວແຕ່ພຽງຜູ້ດຽວ. ສຳລັບຄວາມຄິດເຫັນ ຫຼື ຄຳຖາມຕ່າງໆ, ກະລຸນາຕິດຕໍ່ EU FLEGT Facility ໄດ້ທີ່ອີເມວ: info@euflegt.efi.int

© European Forest Institute 2016