ການເຈລະຈາສອງຝ່າຍໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ການເຈລະຈາສອງຝ່າຍໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ລະຫວ່າງສະຫະພາບເອີຣົບ ແລະ ປະເທດທີ່ສົ່ງອອກໄມ້ແມ່ນປະກອບດ້ວຍການປຶກສາຫາລື ທີ່ກໍ່ໃຫ້ເກີດເປັນສົນທິສັນຍາທີ່ມີຂໍ້ຜູກມັດທາງດ້ານກົດໝາຍ.
ການເຈລະຈາສອງຝ່າຍໄດ້ເນັ້ນໜັກໃສ່ແນວຄວາມຄິດທີ່ເກີດຈາກການປຶກສາຫາລຶແຫ່ງຊາດຂອງບັນດາພາກສ່ວນທີ່ກ່ຽວຂ້ອງ, ທີ່ໄດ້ດຳເນີນໃນລະຫວ່າງໄລຍະການເຈລະຈາຂັ້ນຕອນໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).
ສິ່ງທີ່ແຕກຕ່າງຈາກຂໍ້ຕົກລົງດ້ານການຄ້າສ່ວນຫຼາຍ, ໃນການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສະຫະພາບຣົບ ແລະ ປະເທດທີ່ສົ່ງອອກໄມ້ບໍ່ໄດ້ເປັນປໍລະປັກກັນ. ແຕ່ທຸກຝ່າຍຈະເຮັດວຽກຮ່ວມກັນເພື່ອພັດທະນາວິທີການແກ້ໄຂບັນຫາທີ່ເກີດຈາກການລັກລອບຕັດໄມ້ຢ່າງຜິດກົດໝາຍ. ເຖິງຢ່າງໃດກໍ່ຕາມ, ກໍ່ຍັງບໍ່ມີແຜນງານລະອຽດໃຫ້ປະຕິບັດຕາມ. ຂັ້ນຕອນຕ່າງໆໃນການເຈລະຈາ ແລະ ການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນມີຄວາມແຕກຕ່າງກັນໃນແຕ່ລະປະເທດ ແລະ ບັນດາຂັ້ນຕອນແຫ່ງຊາດເປັນໂຕກຳນົດເນື້ອໃນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).
ຄວາມຄາດຫວັງ
ແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ຂອງສະຫະພາບເອີຣົບ (FLEGT) ກຳນົດຂອບເຂດຄວາມຄາດຫວັງຂອງສະຫະພາບເອີຣົບ. ສະຫະພາບເອີຣົບດຳເນີນການເພື່ອສະກັດກັ້ນໄມ້ທີ່ຜິດກົດໝາຍທີ່ຈະເຂົ້າມາສູ່ຕະຫຼາດຂອງສະຫະພາບເອີຣົບ ໂດຍການສະໜັບສະໜູນຄວາມພະຍາຍາມຂອງບັນດາປະເທດສົ່ງອອກໄມ້ເພື່ອເສີມສ້າງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ໃຫ້ເຂັ້ມແຂງຂຶ້ນ, ປັບປຸງການຄຸ້ມຄອງຂະແໜງປ່າໄມ້ ແລະ ຮັກສາຄວາມສຳພັນທາງດ້ານການຄ້າຢ່າງເຂັ້ມແຂງກັບບັນດາປະເທດໃນສະຫະພາບເອີຣົບ.
ສະຫະພາບເອີຣົບບໍ່ໄດ້ດຳເນີນການເພື່ອຜົນປະໂຫຍດທາງດ້ານການຄ້າ. ຄວາມກັງວົນຫຼັກຂອງສະຫະພາບເອີຣົບແມ່ນຄວາມໜ້າເຊື່ອຖື, ເຊິ່ງຈະຕ້ອງມີຄວາມເປັນເອກະພາບກັນຢູ່ເບື້ອງຫຼັງການຕັດສິນໃຈຕາມທີ່ໄດ້ສະຫຼຸບໃນ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ໄດ້ຮັບການສະໜັບສະໜູນຈາກບັນດາພາກສ່ວນກ່ຽວຂ້ອງແຫ່ງຊາດ. ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຕ້ອງປະກອບດ້ວຍລະບົບທີ່ເຂັ້ມແຂງເພື່ອຮັບປະກັນຄວາມສອດຄ່ອງຕາມກົດໝາຍ ແລະ ມີຄວາມຍຸຕິທຳໃນຂະນະດຽວກັນ. ຕາມທີ່ແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ໄດ້ລະບຸວ່າ: “ສິ່ງທ້າທາຍແມ່ນການຮັບປະກັນວ່າການດຳເນີນການແກ້ໄຂການລັກລອບຕັດໄມ້ຢ່າງຜິດກົດໝາຍ, ໂດຍສະເພາະແມ່ນການຍົກລະດັບການຈັດຕັ້ງປະຕິບັດກົດໝາຍ, ບໍ່ໄດ້ແນໃສ່ກຸ່ມທີ່ດ້ອຍໂອກາດ, ເປັນຕົ້ນແມ່ນຜູ້ທຸກຍາກໃນຊົນນະບົດ, ໃນຂະນະດຽວກັນກໍ່ບໍ່ສົ່ງຜົນເສຍຫາຍຕໍ່ກັບບັນດາຜູ້ມີອຳນາດ.”
ໃນການເຈລະຈາສອງຝ່າຍ, ສະພາສະຫະພາບເອີຣົບໄດ້ໃຫ້ຄຳແນະນຳແກ່ຄະນະກໍາມະທິການເອີຣົບໃນການປະຕິບັດຕາມ. ຜູ້ເຈລະຈາຂອງຄະນະກໍາມະທິການເອີຣົບໄດ້ດຳເນີນການຮັກສາເນື້ອໃນຫຼັກຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແບບງ່າຍດາຍ ແລະ ສອດຄ່ອງລະຫວ່າງບັນດາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ນຳໃຊ້ບັນດາເອກະສານຊ້ອນທ້າຍສຳລັບລາຍລະອຽດສະເພາະຂອງປະເທດຂອງແຕ່ລະຂໍ້ຕົກລົງ.
ຄວາມຄາດຫວັງໃນບັນດາປະເທດທີ່ສົ່ງອອກໄມ້ຈະແຕກຕ່າງກັນ ຍ້ອນຂອບເຂດຂອງກຸ່ມພາກສ່ວນກ່ຽວຂ້ອງ. ພາກສ່ວນກ່ຽວຂ້ອງບາງຄົນຫວັງວ່າຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະສ້າງໂອກາດທາງດ້ານທຸລະກິດ. ບາງຄົນກໍ່ຫວັງວ່າຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະປົກປ້ອງປ່າໄມ້ ຫຼື ປັບປຸງຊີວິດການເປັນຢູ່ໃຫ້ແກ່ຊຸມຊົນທ້ອງຖິ່ນ. ຂອບເຂດບຸລິມະສິດໄດ້ສ້າງສິ່ງທ້າທາຍ ແລະ ວິທີການ ເຊິ່ງບັນດາພາກສ່ວນກ່ຽວຂ້ອງຕ້ອງໃຊ້ເວລາໃນການເຂົ້າໃຈບັນຫາ, ສ້າງແນວຄວາມຄິດ ແລະ ສະແດງອອກຄວາມຄິດເຫັນ.
ໂຄງສ້າງການເຈລະຈາ
ໂຄງສ້າງການເຈລະຈາມີຄວາມແຕກຕ່າງກັນລະຫວ່າງສອງຝ່າຍ ແລະ ມີຄວາມແຕກຕ່າງກັນລະຫວ່າງບັນດາປະເທດທີ່ສົ່ງອອກໄມ້. ທີມງານຈາກຄະນະກໍາມະທິການເອີຣົບເຈລະຈາໃນນາມສະຫະພາບເອີຣົບ, ເຊິ່ງໄດ້ຮັບການສະໜັບສະໜູນຈາກໜຶ່ງ ຫຼື ຫຼາຍປະເທດສະມາຊິກຂອງສະຫະພາບເອີຣົບ.
ລັດຖະບານຂອງປະເທດທີ່ສົ່ງອອກໄມ້ຈະຕັດສິນໃຈວ່າໃຜຈະເປັນຕົວແທນຂອງຕົນໃນການເຈລະຈາ. ໃນບັນດາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທີ່ເຊັນຮັບຮອງແລ້ວຈຳນວນຫົກສະບັບ, ທີ່ບັນດາປະເທດຄູ່ຮ່ວມສັນຍາຕັດສິນລວມເອົາຕົວແທນຈາກພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມເຂົ້າໃນໂຄງສ້າງການເຈລະຈາ. ການຄັດເລືອກຫົວໜ້າຜູ້ເຈລະຈາແມ່ນມີຄວາມສຳຄັນ, ເຊິ່ງບຸກຄົນດັງກ່າວຕ້ອງມີທັກສະ ແລະ ປະສົບປະການພິເສດ, ລວມທັງຄວາມສະມາດໃນການປະສານງານຈຸດຢືນພາຍໃນປະເທດ. ບາງປະເທດແມ່ນມີອຸປະສັກໃນການກຳນົດຫົວໜ້າຜູ້ເຈລະຈາທີ່ລະດັບສູງ. ເຊິ່ງໃນບາງກໍລະນີ ອຸປະສັກດັ່ງກ່າວເຮັດໃຫ້ການເຈລະຈາມີຄວາມລ່າຊ້າ.
ສຳລັບລາຍລະອຽດ ແລະ ຕົວຢ່າງເພີ່ມເຕີມໃຫ້ເບິ່ງທີ່ພາກສ່ວນເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບ ໂຄງສ້າງການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຫ່ງຊາດ.
ການເຈລະຈາສອງຝ່າຍຈະດຳເນີນໄປໃນຮູບແບບກອງປະຊຸມແບບຊ້ອງໜ້າກັນໃນສະຫະພາບເອີຣົບ ແລະ ປະເທດທີ່ສົ່ງອອກໄມ້, ແລະ ໃນແບບການຜະຊຸມຜ່ານວິດີໂອ. ນອກຈາກການເຈລະຈາລະດັບການເມືອງແລ້ວ, ຂັ້ນຕອນຕ່າງໆໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ບາງອັນຍັງພົວພັນກັບການແລກປ່ຽນທາງດ້ານເຕັກນິກອີກດ້ວຍ. ສະຫະພາບເອີຣົບ ແລະ/ຫຼື ພະນັກງານ ແລະ ຕົວແທນແຫ່ງຊາດຂອງ EU FLEGT Facility ໄດ້ມາຮ່ວມກັນເພື່ອປຶກສາຫາລືມຸມມອງສະເພາະຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ເປັນຕົ້ນແມ່ນນິຍາມຄວາມຖືກຕ້ອງທາງກົດໝາຍ ຫຼື ລະບົບການຕິດຕາມໄມ້ໃນກອງປະຊຸມຊ່ຽວຊານ.
ຂັ້ນຕອນສ່ວນໃຫຍ່ຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນໄດ້ຮັບການສະໜັບສະໜູນຈາກຜູ້ອໍານວຍຄວາມສະດວກທີ່ເປັນກາງ ແລະ ແຜນງານການຊ່ວຍເຫຼືອທີ່ມີເປົ້າໝາຍດ້ານວິຊາການ. Rອ່ານເພີ່ມເຕີມກ່ຽວກັບຜູ້ອຳນວຍຄວາມສະດວກດັ່ງກ່າວ, ວິທີການເຮັດວຽກຂອງພວກເຂົາ ແລະ ພວກເຂົາໄດ້ຮັບການສະໜັບສະໜູນທຶນແນວໃດ ໃນພາກສ່ວນເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບ ການສະໜັບສະໜູນບັນດາພາກສ່ວນກ່ຽວຂ້ອງໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).
ຂັ້ນຕອນ
ໄລຍະທຳອິດຂອງການເຈລະຈາສອງຝ່າຍເຮັດໃຫ້ການປຶກສາຫາລືເປັນທາງການຂຶ້ນ ແລະ ໄດ້ກຳນົດວິໄສທັດ ແລະ ຂອບເຂດສຳລັບການສົນທະນາໃນພາກຕໍ່ມາ. ໄລຍະທຳອິດເຮັດໃຫ້ແຕ່ລະຝ່າຍສາມາດເຂົ້າໃຈຄວາມຄາດຫວັງຂອງຄົນອື່ນ ແລະ ສິ່ງທ້າທາຍທີ່ບັນດາພາກສ່ວນກ່ຽວຂ້ອງໄດ້ລະບຸໃຫ້ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແກ້ໄຂ. ໃນບັນດາກອງປະຊຸມຄັ້ງທຳອິດນີ້, ຜູ້ເຈລະຈາໄດ້ກຳນົດບົດບາດ, ຄວາມຮັບຜິດຊອບ ແລະ ຂັ້ນຕອນທີ່ຕ້ອງປະຕິບັດຕາມ. ຜູ້ເຈລະຈາອາດຈະກຳນົດ ‘ແຜນວຽກ’ ຫຼື ຕາຕະລາງເວລາ ສຳລັບການປະຊຸມໃນຂັ້ນຕໍ່ໄປ. ຈາກນັ້ນທຸກຝ່າຍຈະດຳເນີນການປະກາດທີ່ເປັນການຢືນຢັນເຈດຈຳນົງຂອງພວກເຂົາໃນການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການ ຄ້າແບບສະໝັກໃຈ (VPA) ໃຫ້ສາທາລະນະຮັບຊາບ.
ຈາກນັ້ນການເຈລະຈາສອງຝ່າຍໄດ້ແນໃສ່ພັດທະນາ ເນື້ອໃນ ແລະ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນ. ນອກຈາກການເຈລະຈາທີ່ເປັນທາງການແລ້ວ, ຂັ້ນຕອນດັ່ງກ່າວຍັງປະກອບດ້ວຍການປະຊຸມທາງດ້ານເຕັກນິກເພືຶ່ອກະກຽມສຳລັບການເຈລະຈາ ແລະ ວຽກງານພາກສະໜາມເພື່ອທົດລອງດ້ານຕ່າງໆຂອງຂໍ້ຕົກລົງດັ່ງກ່າວ, ເປັນຕົ້ນແມ່ນ ນິຍາມຄວາມຖືກຕ້ອງທາງກົດໝາຍ ແລະ/ຫຼື ອົງປະກອບອື່ນໆຂອງ ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້. ການທົດລອງດັ່ງກ່າວສາມາດລະບຸຊ່ອງຫວ່າງຄວາມສອດຄ່ອງຂອງບໍລິສັດ ຫຼື ການຈັດຕັ້ງປະຕິບັດຂອງລັດຖະບານ.
ການເຈລະຈາສອງຝ່າຍຈະສິ້ນສຸດເມື່ອທຸກຝ່າຍໄດ້ຕົກລົງເຫັນດີກັບເນື້ອໃນ ແລະ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ເຊິ່ງຂໍ້ຕົກລົງດັ່ງກ່າວບໍ່ຈຳເປັນຕ້ອງສົມບູນ, ແຕ່ຈະຕ້ອງມີຄວາມໜ້າເຊື່ອຖື, ໄດ້ຮັບການໃຫ້ສັດຕະຍາບັນ ແລະ ສາມາດຈັດຕັ້ງປະຕິບັດໄດ້. ຂໍ້ຕົກລົງດັ່ງກ່າວຈະຕ້ອງສອດຄ່ອງກັບຄວາມເປັນເອກະພາບແຫ່ງຊາດໃນລະຫວ່າງບັນດາພາກສ່ວນກ່ຽວຂ້ອງຂອງປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ໄດ້ຮັບການສະໜັບສະໜູນຈາກບັນດາພາກສ່ວນກ່ຽວຂ້ອງໃນສະຫະພາບເອີຣົບ. ໃນໄລຍະສຸດທ້າຍຂອງການເຈລະຈາ, ທຸກຝ່າຍຈະປຶກສາຫາລືກ່ຽວກັບຕາຕະລາງເວລາສຳລັບການໃຫ້ສັດຕະຍາບັນ ແລະ ການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ທຸກຝ່າຍຈະຕ້ອງໃຫ້ສັນຍານການສິ້ນສຸດການເຈລະຈາ ແລະ ເລີ່ມຕົ້ນການໃຫ້ສັດຕະຍາບັນ ໂດຍການລິເລີ່ມຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).
ຄວາມວ່ອງໄວ ແລະ ເວລາ
ຂອບເຂດເວລາຂອງແຜນວຽກການເຈລະຈາແມ່ນເພື່ອເປັນໂຕຊີ່ບອກເທົ່ານັ້ນ. ຂອບເຂດເວລາຂອງແຜນວຽກການເຈລະຈາແມ່ນເພື່ອເປັນໂຕຊີ່ບອກເທົ່ານັ້ນ. ເຊິ່ງການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ອາດຈະໃຊ້ເວລາຫຼາຍປີ ແລະ ສ່ວນຫຼາຍແລ້ວແມ່ນຈະໃຊ້ເວລາດົນກວ່າທີ່ທຸກຝ່າຍຄາດຄະເນໄວ້ໃນເບື້ອງຕົ້ນ ຍ້ອນວ່າບັນດາພາກສ່ວນກ່ຽວຂ້ອງຕ້ອງການເວລາທີ່ເໝາະສົມໃນການມີສ່ວນຮ່ວມໃນຂັ້ນຕອນ ແລະ ຊອກຫາວິທີການແກ້ໄຂສິ່ງທ້າທາຍຕ່າງໆທີ່ເກີດຂຶ້ນ.
ຄວາມລ່າຊ້າອາດຈະເກີດຂຶ້ນຖ້າຫາກລັດຖະບານ ແລະ ບັນດາພາກສ່ວນກ່ຽວຂ້ອງປັບປ່ຽນຜົນປະໂຫຍດຂອງຕົນເພື່ອຕອບສະໜອງດ້ານການເມືອງ, ເສດຖະກິດ ແລະ ການຂັບເຄື່ອນອື່ນໆ ຫຼື ຖ້າຫາກການເຈລະຈາສອງຝ່າຍບໍ່ສອດຄ່ອງກັບການປຶກສາຫາລືຂອງບັນດາພາກສ່ວນກ່ຽວຂ້ອງແຫ່ງຊາດ.
ໂດຍທົ່ວໄປແລ້ວ, ຄຸນນະພາບຂອງຂັ້ນຕອນການເຈລະຈາແມ່ນມີຄວາມສຳຄັນຫຼາຍກວ່າຄວາມວ່ອງໄວ, ເຖິງວ່າຂັ້ນຕອນທີ່ລ່າຊ້າຈະບໍ່ໄດ້ໝາຍເຖິງຂັ້ນຕອນທີ່ມີຄຸນນະພາບກໍ່ຕາມ. ປັດໃຈທີ່ສົ່ງຜົນກະທົບຕໍ່ຄວາມຄືບໜ້າລວມມີການເລືອກຕັ້ງແຫ່ງຊາດ ຫຼື ຄວາມຜັນແປຂອງເສດຖະກິດແຫ່ງຊາດ, ໃນຂົງເຂດພາກພື້ນ ຫຼື ທົ່ວໂລກ ທີ່ຈະສົ່ງຜົນກະທົບຕໍ່ການຜະລິດ ແລະ ການຄ້າໄມ້.
ຂໍ້ມູນເພີ່ມເຕີມ
ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ໄລຍະເວລາຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ໄລຍະກ່ອນການເຈລະຈາຂັ້ນຕອນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ຂັ້ນຕອນການລິເລີ່ມ, ການເຊັນຮັບຮອງ ແລະ ການໃຫ້ສັດຕະຍາບັນ
ໄລຍະການຈັດຕັ້ງປະຕິບັດຂັ້ນຕອນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຫ່ງຊາດ
ການເຊື່ອມຕໍ່ໄປສູ່ໜ້າເວັບພາຍນອກ
Canby, K. 2013. ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPAs) ຫຼື ວິທີການໃນການດຳເນີນການປຶກສາຫາລືຢ່າງມີປະສິດທິພາບສຳລັບນະໂຍບາຍແຫ່ງຊາດ. ບົດສະເໜີ Forest Trends PowerPoint [ດາວໂຫຼດ PDF]
Falconer, J. 2013. ພາບລວມຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA): ໂອກາດ ແລະ ສິ່ງທ້າທາຍສຳລັບໂຄງການເພື່ອຄວາມກ້າວໜ້າຂອງການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້. ສະເໜີໂຄງການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ໃນກອງປະຊຸມປະສານງານ. ໃນວັນທີ 9 ຕຸລາ 2013, ນະຄອນບຣຸກແຊນ. [ດາວໂຫຼດ PowerPoint presentation]
Othman, M. et al. 2012. ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ໃນແຜນງານ ETFRN News 53: 109-116. [ດາວໂຫຼດ PDF]