ນິຍາມຄວາມຖືກຕ້ອງທາງກົດໝາຍ
ນິຍາມຄວາມຖືກຕ້ອງທາງກົດໝາຍໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຕ່ລະສະບັບໄດ້ລະບຸລະອຽດກ່ຽວກັບດ້ານຕ່າງໆຂອງກົດໝາຍຂອງປະເທດ ເຊິ່ງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ຈະດຳເນີນການຊອກຫາຫຼັກຖານຄວາມສອດຄ່ອງໄດ້ຢ່າງເປັນລະບົບ. ຈຸດປະສົງຂອງຂໍ້ຕົກລົງດັ່ງກ່າວບໍ່ແມ່ນການທົບທວນຄືນບັນດານິຕິກຳຂອງປະເທດ ແຕ່ເປັນການສ້າງເປົ້າໝາຍ ແລະ ເນັ້ນໜັກໃສ່ເງື່ອນໄຂທາງດ້ານກົດໝາຍທີ່ບັນດາພາກສ່ວນກ່ຽວຂ້ອງແຫ່ງຊາດຕັດສິນວ່າເປັນສິ່ງທີ່ສຳຄັນທີ່ສຸດ.
ນິຍາມຄວາມຖືກຕ້ອງທາງກົດໝາຍນຳມາເຊິ່ງຄວາມກະຈ່າງແຈ້ງ ແລະ ເຮັດໃຫ້ການກຳນົດໄມ້ທີ່ຖືກກົດໝາຍມີຄວາມຊັດເຈນຂຶ້ນ. ນິຍາມຄວາມຖືກຕ້ອງທາງກົດໝາຍແມ່ນມີປະໂຫຍດ ໂດຍສະເພາະໃນກໍລະນີທີ່ປະເທດໃດໜຶ່ງມີກົດໝາຍທີ່ກ່ຽວຂ້ອງກັບປ່າໄມ້ຫຼາຍສະບັບ, ຫຼື ໃນເວລາທີ່ມີຄວາມທ້າທາຍໃນການຈັດຕັ້ງປະຕິບັດກົດໝາຍ ຫຼື ໃນເວລາທີ່ມີຄວາມບໍ່ສອດຄ່ອງກັນໃນກົດໝາຍຕ່າງໆ.
ໄມ້ ແລະ ໄມ້ທ່ອນທີ່ສອດຄ່ອງກັບບັນດາກົດໝາຍຕາມທີ່ໄດ້ອ້າງອີງໃນນິຍາມຄວາມຖືກຕ້ອງທາງກົດໝາຍ ແມ່ນຖືວ່າຖືກກົດໝາຍພາຍໃຕ້ເງື່ອນໄຂຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ໄມ້ ແລະ ໄມ້ທ່ອນທີ່ໄດ້ຮັບການພິຈາລະນາວ່າຖືກກົດໝາຍແມ່ນມີສິດໄດ້ຮັບ ໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ນິຍາມຄວາມຖືກຕ້ອງທາງກົດໝາຍແມ່ນສູນກາງຂອງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ໃນດ້ານເຕັກນິກອື່ນໆຂອງລະບົບດັ່ງກ່າວແມ່ນຜົນມາຈາກນິຍາມຄວາມຖືກຕ້ອງທາງກົດໝາຍ.
ຂອບເຂດຂອງນິຍາມຄວາມຖືກຕ້ອງທາງກົດໝາຍ
ນິຍາມຄວາມຖືກຕ້ອງທາງກົດໝາຍຈະຕ້ອງປະກອບດ້ວຍບັນດາກົດໝາຍທີ່ກ່ຽວຂ້ອງກັບຕ່ອງໂສ້ການສະໜອງທັງໝົດ-ທີ່ເລີ່ມຈາກການຈັດສັນສິດໃນການຕັດໄມ້ ໂດຍຜ່ານການປຸງແຕ່ງ ແລະ ການຂົນສົ່ງເພື່ອສົ່ງອອກ ແລະ ແບ່ງປັນຜົນປະໂຫຍດ.
ນອກຈາກນັ້ນ, ນິຍາມຄວາມຖືກຕ້ອງທາງກົດໝາຍຈະຕ້ອງສະທ້ອນໃຫ້ເຫັນຄວາມກັງວົນຂອງບັນດາພາກສ່ວນກ່ຽວຂ້ອງແຫ່ງຊາດ ແລະ ອົງປະກອບຂອງຂອບເຂດວຽກງານກົດໝາຍຂອງປະເທດທີ່ບັນດາພາກສ່ວນກ່ຽວຂ້ອງຕ້ອງການລວມເອົາ.
ດັ່ງນັ້ນ, ຂອບເຂດຂອງນິຍາມຄວາມຖືກຕ້ອງທາງກົດໝາຍຈະມີຫຼາຍກວ່າຄວາມຖືກຕ້ອງຕາມກົດໝາຍປ່າໄມ້ ແລະ ອາດລວມເຖິງກົດໝາຍອາກອນ, ການຄ້າ, ການຈ້າງງານ, ປະກັນສັງຄົມ, ການອານຸລັກຊີວະນາໆພັນ, ອິດສະຫຼະດ້ານຂໍ້ມູນຂ່າວສານ ແລະ ກົດໝາຍວ່າດ້ວຍທໍານຽມປະເພນີ.
ສະຫະພາບເອີຣົບແມ່ນເປັນກາງໃນດ້ານເນື້ອໃນຂອງນິຍາມຄວາມຖືກຕ້ອງທາງກົດໝາຍ, ແຕ່ຄາດຫວັງໃຫ້ປະເທດທີ່ເປັນຄູ່ຮ່ວມສັນຍາກຳນົດຂອບເຂດນິຍາມທີ່ກວມເອົາສາມເສົາຫຼັກຄື: ການພັດທະນາເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມແບບຍືນຍົງ.
ເພື່ອເຮັດໃຫ້ນິຍາມຄວາມຖືກຕ້ອງທາງກົດໝາຍມີຄວາມໜ້າເຊື່ອຖື, ບັນດາພາກສ່ວນກ່ຽວຂ້ອງຈະຕ້ອງໃຫ້ການສະໜັບສະໜູນ. ສະຫະພາບເອີຣົບຈຶ່ງສົ່ງເສີມໃຫ້ບັນດາບັນດາພາກສ່ວນກ່ຽວຂ້ອງແຫ່ງຊາດບັນລຸຄວາມເປັນເອກະພາບກ່ຽວກັບນິຍາມຄວາມຖືກຕ້ອງທາງກົດໝາຍ ໂດຍຜ່ານຂັ້ນຕອນແບບມີສ່ວນຮ່ວມ. ການປຶກສາຫາລືກັນຂອງບັນດາພາກສ່ວນກ່ຽວຂ້ອງຢ່າງກວ້າງຂວາງກ່ຽວກັບນິຍາມຄວາມຖືກຕ້ອງທາງກົດໝາຍອາດສາມາດກຳນົດການປະຕິຮູບທີ່ຈຳເປັນ ໂດຍການເປີດເຜີຍຊ່ອງວ່າງ, ຄວາມບໍ່ສອດຄ່ອງກັນ ຫຼື ການທັບຊ້ອນກັນໃນນິຕິກຳ.
ວິທີການໃຫ້ນິຍາມຄວາມຖືກຕ້ອງດ້ານກົດໝາຍ
ແຕ່ລະປະເທດທີ່ເປັນຄູ່ຮ່ວມສັນຍາຈະນຳໃຊ້ວິທີການຂອງຕົນເອງໃນການຄັດເລືອກວິທີການພິຈາລະນາ ແລະ ໃຫ້ນິຍາມຄວາມຖືກຕ້ອງດ້ານກົດໝາຍ. ໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສ່ວນໃຫຍ່, ວິທີການຂອງບັນດາປະເທດທີ່ເປັນຄູ່ຮ່ວມສັນຍາແມ່ນພົວພັນກັບຂັ້ນຕອນຕ່າງໆຕາມທີ່ໄດ້ລະບຸໃນຮູບທີ 8 ຂັ້ນຕອນຕ່າງໆບໍ່ແມ່ນຂັ້ນຕອນທີ່ເປັນໄປໃນທິດທາງດຽວກັນ ຂັ້ນຕອນທີ່ອາດຈະບໍ່ກງກນແມ່ນເນືອງມາຈາກມີຄູ່ຮ່ວມສັນຍາຈາກຫຼາຍພາກສ່ວນເຂ້າມາກ່ຽວຂ້ອງ ແລະ ໃຫ້ຄຳປຶກສາ.
ຮູບທີ 8ຕົວຢ່າງຂັ້ນຕອນທີ່ບັນດາພາກສ່ວນກ່ຽວຂ້ອງແຫ່ງຊາດສາມາດຕົກລົງເຫັນດີກ່ຽວກັບນິຍາມຄວາມຖືກຕ້ອງ ທາງກົດໝາຍ
ໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສ່ວນໃຫຍ່, ຂັ້ນຕອນທຳອິດໃນການໃຫ້ນິຍາມຄວາມຖືກຕ້ອງດ້ານກົດໝາຍແມ່ນຂັ້ນຕອນການປຶກສາຫາລືຂອງພາກສ່ວນກ່ຽວຂ້ອງ. ໃນຂັ້ນຕອນດັ່ງກ່າວ, ແຕ່ລະກຸ່ມຂອງບັນດາພາກສ່ວນກ່ຽວຂ້ອງສາມາດດຳເນີນການປືກສາຫາລືພາຍໃນກຸ່ມ ເພື່ອບັນລຸລະດັບບຸລິມະສິດທີ່ເປັນເອກະພາບກັນໃນການໃຫ້ນິຍາມຄວາມຖືກຕ້ອງດ້ານກົດໝາຍ.
ແຕ່ລະກຸ່ມຂອງພາກສ່ວນກ່ຽວຂ້ອງມີຄວາມເຂົ້າໃຈໃນກົດໝາຍແຕກຕ່າງກັນ. ສຳລັບລັດຖະບານ ແມ່ນເນັ້ນໃສ່ການນຳໃຊ້ ແລະ ການຈັດຕັ້ງປະຕິບັດກົດໝາຍ ສຳລັບບໍລິສັດ ແມ່ນຄວາມທ້າທາຍໃນການປະຕິບັດຕາມກົດໝາຍ. ສຳລັບຊຸມຊົນ, ບັນຫາແມ່ນຄວາມເປັນໄປໄດ້ໃນການນຳໃຊ້ກົດໝາຍເພື່ອຮັກສາສິດທິຕ່າງໆ. ຂັ້ນຕອນຂອງພາກສ່ວນກ່ຽວຂ້ອງຫຼາຍພາກສ່ວນຈະຕ້ອງສົ່ງຜົນໃຫ້ເກີດນິຍາມຄວາມຖືກຕ້ອງທາງກົດໝາຍທີ່ຕອບສະໜອງຄວາມຕ້ອງການຂອງແຕ່ລະກຸ່ມເຊິ່ງຈະຕ້ອງໄດ້ຮັບການສະໜັບສະໜູນຈາກທຸກກຸ່ມ, ແລະ ຈະຕ້ອງມີຄວາມເປັນໄປໄດ້ ແລະ ສາມາດນຳໃຊ້ໄດ້ຈິງ.
ບັນດາພາກສ່ວນກ່ຽວຂ້ອງວິເຄາະບັນດາກົດໝາຍໃນຂະແໜງການທີ່ກ່ຽວຂ້ອງທີ່ມີຢູ່ແລ້ວ ເພື່ອຕັດສິນຄັດເລືອກເອົາບັນດາກົດໝາຍຍ່ອຍທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຮຽກຮ້ອງໃຫ້ປະຕິບັດຕາມ ເຊິ່ງການຕັດສິນໃຈກ່ຽວກັບການຄັດເລືອກກົດໝາຍຍ່ອຍອາດເປັນວຽກງານທີ່ສຳຄັນ. ປະເທດອິນໂດເນເຊຍ ມີກົດໝາຍແຫ່ງຊາດ ຫຼື ກົດໝາຍທ້ອງຖິ່ນຫຼາຍກວ່າ 900 ສະບັບທີ່ກ່ຽວຂ້ອງກັບຂະແໜງປ່າໄມ້.
ນິຍາມຄວາມຖືກຕ້ອງທາງກົດໝາຍບໍ່ຈຳເປັນຕ້ອງລວມເອົາບັນດາກົດໝາຍທີ່ກ່ຽວຂ້ອງທັງໝົດ ແຕ່ຈະຕ້ອງກຳນົດເອົາກົດໝາຍຍ່ອຍທີ່ຕອບສະໜອງຄວາມຕ້ອງການຂອງບັນດາພາກສ່ວນກ່ຽວຂ້ອງ ແລະ ສາມາດບັງຄັບໃຊ້ໄດ້ຈິງໃນການກວດສອບຄວາມສອດຄ່ອງກັນ. ບັນດາພາກສ່ວນກ່ຽວຂ້ອງອາດຈະລະບຸຊ່ອງວ່າງ ຫຼື ຄວາມບໍ່ສອດຄ່ອງກັນໃນບັນດາກົດໝາຍທີ່ຈຳເປັນຕ້ອງມີການປະຕິຮູບ.
ທີມງານເຈລະຈາແຫ່ງຊາດຮ່າງນິຍາມຄວາມຖືກຕ້ອງທາງກົດໝາຍຂຶ້ນ ໂດຍອີງຕາມຂໍ້ມູນທີ່ໄດ້ຈາກຂັ້ນຕອນການປຶກສາຫາລືຂອງບັນດາພາກສ່ວນກ່ຽວຂ້ອງຫຼາຍພາກສ່ວນ. ແຕ່ລະປະເທດໄດ້ດຳເນີນການຮ່າງນິຍາມຄວາມຖືກຕ້ອງທາງກົດໝາຍໃນຫຼາຍໆວິທີທີ່ແຕກຕ່າງກັນ ທີມງານເຈລະຈາບາງທີມງານໄດ້ຮ່າງນິຍາມດັ່ງກ່າວດ້ວຍຕົວເອງ. ບາງທີມງານສ້າງກຸ່ມປະຕິບັດວຽກງານທີ່ປະກອບດ້ວຍບັນດາພາກສ່ວນກ່ຽວຂ້ອງເພື່ອກະກຽມຮ່າງນິຍາມດັ່ງກ່າວ. ໃນບາງປະເທດ, ກຸ່ມຂອງບັນດາພາກສ່ວນກ່ຽວຂ້ອງໄດ້ແຕ່ງຕັ້ງຜູ້ຊ່ຽວຊານແຫ່ງຊາດໃນການຮ່າງນິຍາມຄວາມຖືກຕ້ອງທາງກົດໝາຍ.
ດ້ານຕ່າງໆຂອງໄມ້ທ່ອນທີ່ນິຍາມຄວາມຖືກຕ້ອງທາງກົດໝາຍອາດຈະກວມເອົາ
ການຈັດສັນກຳມະສິດຕໍ່ປ່າໄມ້ ການຈັດສັນສິດໃນການຂຸດຄົ້ນໄມ້ ການຄຸ້ມຄອງປ່າໄມ້ ເຄົາລົບສິດໃນການຄອບຄອງ/ການນຳໃຊ້ ຂໍ້ຕົກລົງທາງດ້ານສັງຄົມກັບຊຸມຊົນຕ່າງໆ ການແປຮູບໄມ້ ການປົກປັກຮັກສາສິ່ງແວດລ້ອມ | ເງື່ອນໄຂໃນການຂົນສົ່ງໄມ້ ເງື່ອນໄຂທາງດ້ານແຮງງານ ສຸຂະພາບ ແລະ ຄວາມປອດໄພຂອງຜູ້ອອກແຮງງານ ພັນທະທາງດ້ານສັງຄົມຂອງບັນດາບໍລິສັດ ຂັ້ນຕອນໃນການນຳເຂົ້າ ພາສີ ແລະ ຄ່າທຳນຽມ ການຄ້າ ແລະ ການສົ່ງອອກ |
ບາງປະເທດມີການປັບປຸງນິຍາມຄວາມຖືກຕ້ອງທາງກົດໝາຍໂດຍການທົດລອງໃນພາກສະໜາມ ເຊິ່ງການທົດລອງໃນພາກສະໜາມແມ່ນໂອກາດໜຶ່ງໃນການກຳນົດຊ່ອງວ່າງ ຫຼື ບັນຫາຕ່າງໆໃນກົດໝາຍຍ່ອຍ, ແລະ ວິທີການກວດກາຄວາມສອດຄ່ອງກັນ.
ຮ່າງນິຍາມຄວາມຖືກຕ້ອງທາງກົດໝາຍຂັ້ນສຸດທ້າຍມີລັກສະນະເປັນຕາຕະລາງ, ທີ່ເອີ້ນວ່າ: ຕາໜ່າງດ້ານນິຕິກໍາ ຫຼື ຕາຕະລາງນິຕິກໍາ. ຕາຕະລາງດັ່ງກ່າວສະໜອງຕົວຊີ້ວັດຄວາມຖືກຕ້ອງທາງດ້ານກົດໝາຍ, ເຊິ່ງກຳນົດໄວ້ໃນເງື່ອນໄຂຕ່າງໆຕາມທີ່ໄດ້ລະບຸໄວ້ໃນນິຕິກຳ ແລະ ກຳນົດຫຼັກຖານທີ່ຈຳເປັນເພື່ອພິສູດການປະຕິບັດຕາມເງື່ອນໄຂດັ່ງກ່າວ. ຕາຕະລາງດັ່ງກ່າວຍັງໄດ້ອະທິບາຍຄວາມໝາຍຂອງການກວດສອບຄວາມສອດຄ່ອງກັນ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ບາງສະບັບມີນິຍາມຄວາມຖືກຕ້ອງທາງກົດໝາຍທີ່ແຕກຕ່າງກັນສຳລັບແຕ່ລະແຫຼ່ງທີ່ມາຂອງໄມ້, ເປັນຕົ້ນແມ່ນສວນປ່າປູກ ຫຼື ການສຳປະທານໃນການຕັດໄມ້.
ອ່ານເພີ່ມເຕີມກ່ຽວກັບຄວາມແຕກຕ່າງກັນຂອງນິຍາມຄວາມຖືກຕ້ອງທາງກົດໝາຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຕ່ລະສະບັບ, ເບິ່ງພາກເນື້ອໃນລະອຽດຂອງຂໍ້ຕົກລົງດັ່ງກ່າວໃນ ເອກະສານຊ້ອນທ້າຍກ່ຽວກັບນິຍາມຄວາມຖືກຕ້ອງທາງກົດໝາຍ.
ຂໍ້ມູນເພີ່ມເຕີມ
ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້
ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບນິຍາມ