ການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຫ່ງຊາດ
ສະຫະພາບເອີຣົບສົ່ງເສີມໃຫ້ຂັ້ນຕອນການມີສ່ວນຮ່ວມຂອງບັນດາພາກສ່ວນທີ່ກ່ຽວຂ້ອງຕົກລົງເຫັນດີກັບເງື່ອນໄຂຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ຂັ້ນຕອນດັ່ງກ່າວຈະຕ້ອງສອດຄ່ອງກັບຄວາມເປັນ ພາກສ່ວນທີ່ກ່ຽວຂ້ອງແຫ່ງຊາດ ໃນລັດຖະບານ, ພາກເອກະຊົນ, ອົງການຈັດຕັ້ງທາງສັງຄົມ, ຊຸມຊົນ ແລະ ຄົນໃນຊົນເຜົ່າ. ໂດຍຜ່ານຂັ້ນຕອນການມີສ່ວນຮ່ວມ, ບັນດາພາກສ່ວນທີ່ກ່ຽວຂ້ອງຈະຕ້ອງປະກອບສ່ວນເຂົ້າໃນການປຶກສາຫາລື ແລະ ການຕັດສິນໃຈກ່ຽວກັບເນື້ອໃນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).
ເຖິງຢ່າງໃດກໍ່ຕາມ ບັນດາພາກສ່ວນທີ່ກ່ຽວຂ້ອງອາດຈະມີຄວາມຄິດເຫັນກ່ຽວກັບຫຼາຍບັນຫາທີ່ແຕກຕ່າງກັນ, ແຕ່ຢ່າງໜ້ອຍທີ່ສຸດກໍ່ເປັນການເລີ່ມຕົ້ນ. ຕົວຢ່າງ: ພາກເອກະຊົນອາດຕ້ອງການໃຫ້ມີນິຍາມຄວາມຖືກຕ້ອງທາງກົດໝາຍແບບງ່າຍດາຍ ເຊິ່ງຈະເຮັດໃຫ້ເປັນເລື່ອງງ່າຍໃນການກຳນົດຄວາມສອດຄ່ອງຕາມກົດໝາຍ. ກົງກັນຂ້າມສຳລັບອົງການຈັດຕັ້ງທາງສັງຄົມອາດຕ້ອງການໃຫ້ມີນິຍາມຄວາມຖືກຕ້ອງທາງກົດໝາຍລະອຽດຂຶ້ນ ເຊິ່ງຈະຕ້ອງປະກອບດ້ວຍຄວາມຮັບຜິດຊອບຕໍ່ບັນດາຊຸມຊົນຕ່າງໆ.
ພາຍໃນກຸ່ມຂອງບັນດາພາກສ່ວນກ່ຽວຂ້ອງອາດຈະມີຄວາມຄິດເຫັນທີ່ແຕກຕ່າງກັນ. ເປັນຕົ້ນແມ່ນການມາຈາກພາກສ່ວນລັດທີ່ແຕກຕ່າງກັນອາດຈະສົ່ງຜົນໃຫ້ມີເຫດຜົນທີ່ບໍ່ຄືກັນໃນການດຳເນີນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ອາດຕ້ອງການໃຫ້ຂໍ້ຕົກລົງດັ່ງກ່າວບັນລຸເປົ້າໝາຍທີ່ແຕກຕ່າງກັນ. ເຊິ່ງພາຍໃນພາກເອກະຊົນ, ບັນດາພາກສ່ວນກ່ຽວຂ້ອງຈາກອົງການຈັດຕັ້ງຂະໜາດໃຫຍ່ ແລະ ຂະໜາດນ້ອຍອາດມີບຸລິມະສິດທີ່ແຕກຕ່າງກັນ.
ດັ່ງນັ້ນ, ການເຈລະຈາແຫ່ງຊາດແມ່ນເພື່ອກຳນົດຜົນປະໂຫຍດສ່ວນລວມທີ່ບັນດາພາກສ່ວນກ່ຽວຂ້ອງທັງໝົດຈະໃຫ້ການສະໜັບສະໜູນ, ເຖິງແມ່ນວ່າຈະມີມຸມມອງທີ່ແຕກຕ່າງກັນກໍ່ຕາມ. ຈຸດປະສົງບໍ່ແມ່ນເພື່ອບັນລຸຄວາມເປັນເອກະພາບກັນຢ່າງສົມບູນຕໍ່ກັບທຸກໆດ້ານຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຕ່ເພື່ອໃຫ້ໄດ້ຮັບການສະໜັບສະໜູນໂດຍລວມລະຫວ່າງບັນດາພາກສ່ວນກ່ຽວຂ້ອງສຳລັບຂໍ້ຕົກລົງດັ່ງກ່າວ.
ການປຶກສາຫາລືແຫ່ງຊາດສອງລະດັບ
ເພື່ອບັນລຸຄວາມເປັນເອກະພາບແຫ່ງຊາດ, ປະເທດທີ່ສົ່ງອອກໄມ້ຈຶ່ງສືບຕໍ່ດຳເນີນການປຶກສາຫາລືກັບບັນດາພາກສ່ວນກ່ຽວຂ້ອງ ເຊິ່ງເລີ່ມດຳເນີນການໃນ ໄລຍະກ່ອນການເຈລະຈາ. ການປຶກສາຫາລືດັ່ງກ່າວປະກອບສ່ວນເຮັດໃຫ້ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສາມາດນຳໃຊ້ໄດ້, ມີຄວາມໜ້າເຊື່ອຖື ແລະ ມີຄວາມເປັນເຈົ້າການຂອງປະເທດ. ດັ່ງນັ້ນ, ລັກສະນະຂອງການປຶກສາຫາລືແມ່ນສິ່ງທີ່ສຳຄັນ ແລະ ຂຶ້ນກັບ:
- ກົນໄກທີ່ມີປະສິດທິພາບໃນການກຳນົດ, ມີສ່ວນຮ່ວມ ແລະ ການແບ່ງປັນຂໍ້ມູນກັບບັນດາພາກສ່ວນກ່ຽວຂ້ອງ
- ການມີສ່ວນຮ່ວມຂອງບຸກຄົນທີ່ບັນດາພາກສ່ວນກ່ຽວຂ້ອງເປັນຜູ້ຄັດເລືອກເພື່ອເປັນຕົວແທນຂອງພວກເຂົາ ແລະ ລະບົບຕ່າງໆທີມີປະສິດທິພາບ ເຊິ່ງເປັນລະບົບທີ່ບຸກຄົນດັ່ງກ່າວສາມາດຖ່າຍທອດຂໍ້ມູນລະຫວ່າງອົງປະກອບຂອງພວກເຂົາ ແລະ ໂຄງສ້າງການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
- ຂັ້ນຕອນຕ່າງໆທີ່ຮັບປະກັນວ່າຕົວແທນຂອງບັນດາພາກສ່ວນທີ່ກ່ຽວຂ້ອງສາມາດສົ່ງອິດທະພົນຕໍ່ກັບຂັ້ນຕອນດັງກ່າວຢ່າງແທ້ຈິງ
ແຕ່ລະປະເທດໄດ້ຮັບຮອງເອົາວິທີການ ແລະ ໂຄງສ້າງທີ່ແຕກຕ່າງກັນ. ເຊິ່ງຂະບວນການ ແລະ ໂຄງສ້າງຈະປ່ຽນແປງຢູ່ຕະຫຼອດເວລາ ແລະ ຈະຕ້ອງໄດ້ປັບປ່ຽນເພື່ອໃຫ້ແທດເໝາະກັບສະຖານະການໃໝ່ໆທີ່ເກີດຂຶ້ນ.
ໃນຂັ້ນຕອນຕ່າງໆຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນປະຈຸບັນ, ຕົວແທນຂອງລັດຖະບານ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມໄດ້ຮວມໂຕກັນເປັນກຸ່ມຂອງບັນດາພາກສ່ວນກ່ຽວຂ້ອງຈາກຫຼາຍຝ່າຍເພື່ອພັດທະນາຈຸດຢືນການເຈລະຈາແຫ່ງຊາດ. ເພື່ອເຮັດໃຫ້ຄວາມຕ້ອງການຂອງແຕ່ລະກຸ່ມມີຄວາມດຸ່ນດ່ຽງກັນ ແລະ ເພື່ອບັນລຸຄວາມເປັນເອກະພາບແຫ່ງຊາດຢ່າງກວ້າງຂວາງ, ບັນດາພາກສ່ວນກ່ຽວຂ້ອງທັງໝົດໄດ້ດຳເນີນການປານີປານອມກັນ. ຈາກປະສົບປະການໄດ້ສະແດງໃຫ້ເຫັນວ່າການມີສ່ວນຮ່ວມໂດຍຂຶ້ນກັບການເປັນຕົວແທນຢ່າງມີຄວາມຍຸຕິທຳ ເຮັດໃຫ້ມັນງ່າຍຂຶ້ນສຳລັບບັນດາພາກສ່ວນກ່ຽວຂ້ອງໃນການພັດທະນາຄວາມເປັນເອກະພາບ.
ມີການດຳເນີນການປຶກສາຫາລື ແລະ ການເຈລະຈາ ພາຍໃນ ກຸ່ມຂອງບັນດາພາກສ່ວນກ່ຽວຂ້ອງໃນການພັດທະນາຈຸດຢືນຮ່ວມກັນ ເພື່ອປະກອບເຂົ້າໃນການປຶກສາຫາລືແຫ່ງຊາດ ແລະ/ຫຼື ການເຈລະຈາສອງຝ່າຍ. ເຊິ່ງຂັ້ນຕອນດັ່ງກ່າວເປັນຂັ້ນຕອນການປຶກສາຫາລືຢ່າງຮອບຄອບ. ບັນດາພາກສ່ວນກ່ຽວຂ້ອງປຶກສາຫາລືກັນ ແລະ ລວບລວມຫຼັກຖານເພື່ອຊ່ວຍໃຫ້ພວກເຂົາສາມາດສ້າງຈຸດຢືນ ແລະ ສະແດງອອກຄວາມຕ້ອງການ ແລະ ຄວາມປາດຖະໜາຂອງພວກເຂົາເອງໄດ້. ເຊິ່ງບາງກຸ່ມເລືອກທີ່ຈະດຳເນີນການໂດຍພັດທະນາບົດຄວາມກ່ຽວກັບຈຸດຢືນ.
- ບໍລິສັດຕ່າງໆທີ່ກ່ຽວຂ້ອງກັບການຄ້າໄມ້ອາດມີສະມາຄົມທີ່ພວກເຂົາສາມາດປຶກສາຫາລືບັນຫາດັ່ງກ່າວ. ເຊິ່ງກຸ່ມເຫຼົ່ານີ້ມີແນວໂນ້ມວ່າຈະເປັນຕົວແທນກຸ່ມໃຫຍ່ ແລະ ເປັນກຸ່ມພາກສ່ວນກ່ຽວຂ້ອງໃນພາກເອກະຊົນທີ່ມີອຳນາດ ແລະ ບໍ່ແມ່ນບັນດາຜູ້ດຳເນີນທຸລະກິດຂະໜາດນ້ອຍ ເປັນຕົ້ນແມ່ນຜູ້ດຳເນີນທຸລະກິດປຸງແຕ່ງ ໄມ້ແບບຄອບຄົວ
- ອົງການຈັດຕັ້ງທາງສັງຄົມ ແລະ/ຫຼື ຊຸມຊົນສາມາດເຮັດວຽກຮ່ວມກັນເປັນກຸ່ມ ຫຼື ສ້າງເປັນກຸ່ມໃໝ່. ເຊິ່ງສະມາຊິກຂອງເວທີຂອງອົງການຈັດຕັ້ງທາງສັງຄົມອາດຈະມີບຸລິມະສິດທີ່ແຕກຕ່າງກັນ ເປັນຕົ້ນແມ່ນສິດທິມະນຸດ, ສິ່ງແວດລ້ອມ, ບົດບາດຍິງຊາຍ ຫຼື ສິດທິຂອງຄົນຊົນເຜົ່າ. ບຸລິມະສິດທີ່ແຕກຕ່າງກັນສະແດງໃຫ້ເຫັນເຖິງບັນດາສິ່ງທ້າທາຍໃນການບັນລຸຄວາມເປັນເອກະພາບລະຫວ່າງບັນດາອົງການຈັດຕັ້ງທາງສັງຄົມ
ບັນດາສິ່ງທ້າທາຍທີ່ມີຜົນກະທົບຕໍ່ການເຈລະຈາແຫ່ງຊາດ
ສຳລັບການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ລະຫວ່າງລັດຖະບານ ແລະ ສະຫະພາບເອີຣົບ, ສິ່ງທ້າທາຍແມ່ນການສ້າງຄວາມເຊື່ອໃຈລະຫວ່າງບັນດາພາກສ່ວນກ່ຽວຂ້ອງ ແລະ ການຮັກສາພັນທະໄລຍະຍາວຂອງພວກເຂົາໃນການດຳເນີນຂັ້ນຕອນຕ່າງໆ. ເຖິງຢ່າງໃດກໍ່ຕາມ ຈາກປະສົບການໄດ້ສະແດງໃຫ້ເຫັນວ່າມັນອາດຈະເປັນສິ່ງທ້າທາຍສຳລັບລັດຖະບານໃນການສ້າງ, ຈັດແຈງ ແລະ ຈັດຕັ້ງປະຕິບັດຂັ້ນຕອນທີ່:
ສາມາດເຮັດໃຫ້ການມີສ່ວນຮ່ວມຂອງບັນດາພາກສ່ວນກ່ຽວຂ້ອງຫຼາຍຝ່າຍ ມີວົງວຽນການປະກອບຄໍາຄິດເຫັນທີ່ມີປະສິດທິພາບ ທີ່ເຮັດໃຫ້ບັນດາພາກສ່ວນກ່ຽວຂ້ອງສາມາດແຈ້ງຂໍ້ມູນກ່ຽວກັບຈຸດຢືນຂອງປະເທດ ທີ່ມີກົນໄກການປະສານງານທີ່ມີປະສິດທິພາບໃນການພິຈາລະນາ, ປຶກສາຫາລື ແລະ ຕົກລົງເຫັນດີກ່ຽວກັບຈຸດຢືນຂອງລັດຖະບານ ເພື່ອຮັບປະກັນວ່າການມີສ່ວນຮ່ວມຈະດຳເນີນຕໍ່ໄປຫຼັງຈາກໄລຍະການເຈລະຈາຈົນເຖິງໄລຍະການຈັດຕັ້ງປະຕິບັດລັດຖະບານສ່ວນຫຼາຍແມ່ນຮຽກຮ້ອງແຫຼ່ງຊັບພະຍາກອນ ແລະ ຄວາມອາດສາມາດໃໝ່ໆເພື່ອສົ່ງອິດທິພົນ, ເຊື່ອມຕໍ່ ແລະ ອໍານວຍຄວາມສະດວກໃຫ້ແກ່ການປຶກສາຫາລືລະຫວ່າງບັນດາພາກສ່ວນກ່ຽວຂ້ອງ, ລວມທັງບັນດາກຸ່ມທີ່ໄດ້ມີ່ສ່ວນຮ່ວມຢ່າງຈຳກັດ. ລັດຖະບານຍັງຕ້ອງການສະໜອງຊັບພະຍາກອນຢ່າງພຽງພໍໃນການສະໜັບສະໜູນທຶນໃຫ້ແກ່ການເຈລະຈາ ແລະ ໂຄງສ້າງການຈັດຕັ້ງປະຕິບັດ, ການສຶກສາທາງດ້ານເຕັກນິກ ແລະ ການປະຊຸມຕ່າງໆ.
ບັນດາພາກສ່ວນກ່ຽວຂ້ອງອາດຈະຂາດແຄນຄວາມຮູ້, ທັກສະ ແລະ ຊັບພະຍາກອນໃນການມີສ່ວນຮ່ວມໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຢ່າງມີປະສິດທິພາບ. ລັດຖະບານ, ສະຖາບັນຂອງສະຫະພາບເອີຣົບ, ບັນດາປະເທດສະມາຊິກຂອງສະຫະພາບເອີຣົບ, ກຸ່ມອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ແລະ ອົງການຈັດຕັ້ງສາກົນທັງໝົດຈະມີບົດບາດໃນການເສີມສ້າງຄວາມອາດສາມາດຂອງບັນດາພາກສ່ວນກ່ຽວຂ້ອງເພື່ອດຳເນີນພາກສ່ວນໃດໜຶ່ງໃນການເຈລະຈາ.
ເບິ່ງພາກເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບ ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສາມາດເສີມສ້າງຄວາມອາດສາມາດໃຫ້ເຂັ້ມແຂງຂຶ້ນ ແລະ ການສະໜັບສະໜູນບັນດາພາກສ່ວນກ່ຽວຂ້ອງໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນ ຍາການຄ້າແບບສະໝັກໃຈ (VPA).
ເປັນຕົ້ນແມ່ນການໃຫ້ນິຍາມຄວາມຖືກຕ້ອງທາງກົດໝາຍ, ບັນດາພາກສ່ວນກ່ຽວຂ້ອງຕ້ອງມີຄວາມເຂົ້າໃຈໃນຂອບເຂດວຽກງານທາງກົດໝາຍທີ່ມີ່ຢູ່ແລ້ວ ແຕ່ພວກເຂົາອາດຈະມີອຸປະສັກໃນການເຂົ້າເຖິງຂໍ້ມູນດັ່ງກ່າວ. ພວກເຂົາອາດຕ້ອງການທັກສະໃໝ່ໆເພື່ອເຮັດໃຫ້ພວກເຂົາສາມາດສື່ສານທາງດ້ານເຕັກນິກກ່ຽວກັບຄວາມຖືກຕ້ອງທາງດ້ານກົດໝາຍກັບປະຊາຊົນ ຫຼື ເພື່ອສົ່ງເສີມຈຸດຢືນຂອງພວກເຂົາໃນການເຈລະຈາ. ລັດຖະບານອາດຈະຕ້ອງໄດ້ປຶກສາຫາລື ແລະ ທົດລອງໃນພາກສະໜາມຫຼາຍໆຄັ້ງ ກ່ອນທີ່ຈະບັນລຸນິຍາມທີ່ບັນດາພາກສ່ວນກ່ຽວຂ້ອງທັງໝົດຍອມຮັບ.
ດັ່ງນັ້ນການເຈລະຈາແຫ່ງຊາດຕ້ອງດຳເນີນການໃນບາດກ້າວທີ່ພຽງພໍໃນການບັນລຸຄວາມເປັນເອກະພາບຢ່າງກວ້າງຂວາງ ແລະ ໃຫ້ເວລາແກ່ບັນດາພາກສ່ວນກ່ຽວຂ້ອງໃນການທຳຄວາມເຂົ້າໃຈຂັ້ນຕອນ, ສະແດງອອກເຖິງຈຸດຢືນຂອງພວກເຂົາ ແລະ ຮັບປະກັນວ່າຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກ ໃຈໄດ້ກວມເອົາຜົນປະໂຫຍດຂອງພວກເຂົາ.
ຂໍ້ມູນເພີ່ມເຕີມ
ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ໄລຍະເວລາຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ໄລຍະກ່ອນການເຈລະຈາຂັ້ນຕອນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ຂັ້ນຕອນການລິເລີ່ມ, ການເຊັນຮັບຮອງ ແລະ ການໃຫ້ສັດຕະຍາບັນ
ໄລຍະການຈັດຕັ້ງປະຕິບັດຂັ້ນຕອນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຫ່ງຊາດ
ການເຈລະຈາສອງຝ່າຍໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ການເຊື່ອມຕໍ່ໄປສູ່ໜ້າເວັບພາຍນອກ
Canby, K. 2013. ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPAs) ຫຼື ວິທີການໃນການດຳເນີນການປຶກສາຫາລືຢ່າງມີປະສິດທິພາບສຳລັບນະໂຍບາຍແຫ່ງຊາດ. ບົດສະເໜີ Forest Trends PowerPoint [ດາວໂຫຼດ PDF]
Duffield, L. and Ozinga, S. 2014. Making Forestry Fairer. ຄຳແນະນຳທີ່ໃຊ້ໄດ້ຈິງສຳລັບອົງການຈັດຕັ້ງທາງສັງຄົມ ທີ່ມີສ່ວນຮ່ວມໃນການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). FERN. 68pp. [ດາວໂຫຼດ PDF]
Falconer, J. 2013. ພາບລວມຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA): ໂອກາດ ແລະ ສິ່ງທ້າທາຍສຳລັບໂຄງການເພື່ອຄວາມກ້າວໜ້າຂອງການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້. ສະເໜີໂຄງການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ໃນກອງປະຊຸມປະສານງານ. ໃນວັນທີ 9 ຕຸລາ 2013, ນະຄອນບຣຸກແຊນ. [ດາວໂຫຼດPowerPoint presentation]
ແຫຼ່ງຂໍ້ມູນ: ອົງການອາຫານ ແລະ ການກະສິກຳ. 2014. ຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນອາຟຣິກາກາງ ແລະ ຕາເວັນຕົກ: ຈາກທິດສະດີສູ່ການປະຕິບັດ. ອົງການອາຫານ ແລະ ການກະສິກໍາ ຂອງອົງການສະຫະປະຊາຊາດ (FAO) ນະຄອນໂຣມ, ປະເທດອີຕາລີ. 58pp. [ດາວໂຫຼດ PDF presentation]
Othman, M. et al. 2012. ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ໃນແຜນງານ ETFRN News 53: 109–116. [ດາວໂຫຼດ PDF]