ການຢັ້ງຢືນຄວາມສອດຄ່ອງ
ກ່ອນທີ່ເຈົ້າໜ້າທີ່ຂອງປະເທດທີ່ເປັນຄູ່ສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)ຈະສາມາດອອກ ໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ໄດ້ພວກເຂົາຈະຕ້ອງຮັບປະກັນວ່າໄມ້ທ່ອນດັ່ງກ່າວຖືກກົດໝາຍ ເຊິ່ງໝາຍຄວາມວ່າຈະຕ້ອງໄດ້ກວດສອບວ່າບັນດາຜູ້ດຳເນີນທຸລະກິດ, ຜູ້ສະໜອງ ຫຼື ບຸກຄົນອື່ນໆທີ່ເປັນເປົ້າໝາຍຕາມເງື່ອນໄຂຂອງກົດໝາຍ ເຈົ້າໜ້າທີ່ຈະຕ້ອງສືບຄົ້ນໃຫ້ແນ່ໃຈວ່າການຄວບຄຸມຕ່ອງໂສ້ການສະໜອງຈະສາມາດຮັບປະກັນວ່າບັນດາຜະລິດຕະພັນທີ່ໄດ້ຮັບອະນຸຍາດແມ່ນມາຈາກແຫຼ່ງທີ່ມາທີ່ຖືກຕ້ອງຕາມກົດໝາຍເທົ່ານັ້ນ.
ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກຳນົດວິທີການທີ່ປະເທດທີ່ເປັນຄູ່ຮ່ວມສັນຍາຈະຮັບມືກັບກໍລະນີຕ່າງໆທີ່ເກີດມີຄວາມບໍ່ສອດຄ່ອງກັນ ແລະ ຈັດຕັ້ງປະຕິບັດມາດຕະການແກ້ໄຂ ແລະ ມາດຕະການສະກັດກັ້ນ.
ເພື່ອເຮັດໃຫ້ມີຄວາມໜ້າເຊື່ອຖື, ການກວດສອບຮຽກຮ້ອງໃຫ້ມີຫຼັກຖານທີ່ຊັດເຈນທີ່ສະແດງໃຫ້ເຫັນວ່າໄມ້ທ່ອນ ແລະ ກິດຈະການທີ່ກ່ຽວຂ້ອງປະຕິບັດຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນນິຍາມຄວາມຖືກຕ້ອງທາງກົດໝາຍຂອງຂໍ້ຕົກລົງການເຂົ້າເປັນຄູ່ ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ຫຼັກຖານແມ່ນເຕົ້າໂຮມມາຈາກການກວດກາຕົວຈິງ ແລະ ບັນດາເອກະສານ, ແລະ ຂໍ້ມູນທີ່ໄດ້ຮັບຈາກການເກັບກຳຢ່າງເປັນລະບົບ ແລະ ໄດ້ຮັບການກວດສອບໃນຂັ້ນຕອນຕ່າງໆຄຽງຄູ່ໄປກັບຕ່ອງໂສ້ການສະໜອງ.
ຂັ້ນຕອນຕ່າງໆໃນການເຮັດເອກະສານ ແລະ ເກັບມ້ຽນຫຼັກຖານ ຈະເຮັດໃຫ້ໜ່ວຍງານທີ່ອອກໃບອະນຸຍາດໃນປະເທດທີ່ເປັນຄູ່ຮ່ວມສັນຍາ ສາມາດປະເມີນຄວາມຖືກຕ້ອງທາງດ້ານກົດໝາຍຂອງການຂົນສົ່ງ ກ່ອນການອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້.
ບັນດາອົງການຈັດຕັ້ງທີ່ກວດສອບຄວາມຖືກຕ້ອງທາງດ້ານກົດໝາຍອາດແມ່ນໜ່ວຍງານລັດຖະບານ, ຜູ້ເຂົ້າຮ່ວມໃນຕະຫຼາດ, ອົງການຈັດຕັ້ງທີ່ເປັນບຸກຄົນທີສາມ ຫຼື ການຮວມໂຕກັນຂອງບັນດາອົງການທີ່ກ່າວມານັ້ນ. ບົດບາດ ແລະ ຄວາມຮັບຜິດຊອບຂອງທຸກກຸ່ມທີ່ພົວພັນກັບການກວດສອບຈະຕ້ອງໃຫ້ນິຍາມ ແລະ ບັນທຶກໃນເອກະສານຢ່າງຈະແຈ້ງ. ຫຼັງຈາກດຳເນີນການອອກໃບອະນຸຍາດ FLEGT ແລ້ວ, ຜູ້ກວດສອບອິດສະຫຼະຈະກວດສອບ ແລະ ລາຍງານກ່ຽວກັບການຈັດຕັ້ງປະຕິບັດເປັນປະຈຳ, ເຊິ່ງລວມທັງປະສິດທິພາບ ແລະ ຂໍ້ບົກຜ່ອງທີ່ເກີດຂຶ້ນ ໃນການກວດສອບ.
ບັນດາໜ່ວຍງານລັດຖະບານແມ່ນເປັນຜູ້ຮັບຜິດຊອບໃນການກວດສອບ ໃນບັນດາປະເທດທີ່ຢູ່ໃນທະວີບອາຟຣິກາທີ່ໄດ້ລົງນາມຮັບຮອງເອົາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ບາງປະເທດກໍໄດ້ວ່າຈ້າງອົງກອນອື່ນເພື່ອຊ່ວຍໃນການດຳເນີນວຽກງານດັ່ງກ່າວ.
ໃນປະເທດອິນໂດເນເຊຍ, ກະຊວງປ່າໄມ້ ໄດ້ແຕ່ງຕັ້ງບໍລິສັດເອກະຊົນອິດສະຫຼະ, ທີ່ເອີ້ນວ່າ: ບັນດາໜ່ວຍງານການປະເມີນຄວາມສອດຄ່ອງ (CABs), ເພື່ອກວດສອບຄວາມສອດຄ່ອງຂອງພາກເອກະຊົນ ແລະ ລັດຖະບານ ກັບນິຍາມຄວາມຖືກຕ້ອງທາງກົດໝາຍ. CABs ໄດ້ຮັບການແຕ່ງຕັ້ງຈາກໜ່ວຍງານຮັບຮອງລະບົບວຽກງານແຫ່ງຊາດອິນໂດເນເຊຍ ແລະ ດຳເນີນການພາຍໃຕ້ກົດລະບຽບ ISO/IEC 17065 ຄວາມຜິດພາດໂດຍລວມຂອງການປະຕິບັດງານຂອງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ແມ່ນຍັງຄົງຢູ່ໃນຄວາມຮັບຜິດຊອບຂອງລັດຖະບານ.